Sunday, September 22, 2024
Homeຂ່າວພາຍໃນພາຍໃຕ້ການນໍາພາຂອງພັກ ເຮັດໃຫ້ປະຊາຊົນດຳລົງຊີວິດທໍາມາຫາກິນປະກອບອາຊີບໃນບັນຍາກາດໃໝ່

ພາຍໃຕ້ການນໍາພາຂອງພັກ ເຮັດໃຫ້ປະຊາຊົນດຳລົງຊີວິດທໍາມາຫາກິນປະກອບອາຊີບໃນບັນຍາກາດໃໝ່

ສະຫາຍ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ຜູ້ຊີ້ນໍາວຽກ​ງານເສດຖະກິດ ກ່າວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (ວັນທີ 22 ມີນາ 1955-22 ມີນາ 2023) ວ່າ: ຕະຫຼອດໄລຍະຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນສະພາບແວດລ້ອມທັງພາຍໃນ, ພາກພື້ນ ແລະ ສາກົນໄດ້ຜັນແປໄປຢ່າງສະລັບສັບສົນ ຄາດເດົາໄດ້ຍາກ ລວມທັງມີສິ່ງເອື້ອອໍານວຍ, ສິ່ງທ້າທາຍຫຼາຍຢ່າງ ດ້ວຍຄວາມສະຫຼາດຫຼັກແຫຼມ, ມີໄຫວພິກ, ກໍາໄດ້ໃນກາລະໂອກາດ ບົດຮຽນຈຸດພິເສດຂອງປະເທດ ໂດຍໄດ້ໝູນໃຊ້ເຂົ້າໃນເງື່ອນໄຂສະພາບຕົວຈິງ ຂອງປະເທດເຮົາໂດຍຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ ໂດຍໄດ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ​ຂອງ​ພັກ, ນໍາພາສ້າງປະເທດເຮົານັບມື້ນັບມີຄວາມຈະເລີນ​ຮຸ່ງເຮືອງ ປະຊາຊົນບັນດາເຜົ່າ ໄດ້ມີການຫັນປ່ຽນຈາກການດໍາລົງຊີວິດ ແບບທໍາມະຊາດ ມາສູ່ການຜະລິດ ແບບປະຖົມປະຖານ ມາເປັນການຜະລິດແບບເຄື່ອງມືທີ່ທັນສະໄໝ ນັບມື້ນັບຫຼາຍ ແລະ ມີຜົນສຳເລັດເປັນກ້າວໆ.

ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງໄຊສົມບູນ ນັບແຕ່ມື້ສ້າງຕັ້ງແຂວງມາ ກໍມີຜົນງານຫຼາຍດ້ານທີ່ພົ້ນເດັ່ນຄື: ໄດ້ປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 055/ກມສພ, ລົງວັນທີ 11 ທັນວາ 2018 ວ່າດ້ວຍການຮັບເອົາຍຸດທະສາດການພັດທະນາເຂດຈຸດສຸມໃຈກາງແຂວງໄຊສົມບູນ ສຸມໃສ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ດໍາລັດ ສະບັບເລກທີ 414/ລບ, ລົງວັນທີ 10 ທັນວາ 2019 ວ່າດ້ວຍນະໂຍບາຍການພັດທະນາແຂວງໄຊສົມບູນ ພຽງແຕ່ 4 ປີ ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີກັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນນະໂຍບາຍ ຕາມ 5 ທ່າແຮງ ເຮັດໃຫ້ພື້ນ​ທີ່ຂອງແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ ປະຊາຊົນບັນດາເຜົ່າ ໄດ້ດຳລົງຊີວິດທໍາມາຫາກິນປະກອບອາຊີບ ໃນບັນຍາກາດໃໝ່, ເ​ຮັດໃຫ້ເສດຖະກິດ-ສັງຄົມ, ຄອບຄົວໄດ້ມີການແກ້ໄຂ, ໂຕ​ເລກເສດຖະກິດມະຫາພາກ​ຂອງແຂວງ ສືບຕໍ່ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ໂດຍສະເລ່ຍ 7,5% ຕໍ່​ປີ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.654,53 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 16,57 ລ້ານກີບ/ຄົນ/ປີ ຫຼືເທົ່າກັບ 1.178 ໂດລາ/ຄົນ/ປີ. ໃນນັ້ນ:

ຂະແໜງກະສິກໍາ ຂະຫຍາຍຕົວ 2% ກວມເອົາ 55,1 % ຂອງ GDP.

ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 12,2% ກວມເອົາ 19,4% ຂອງ GDP.

ຂະແໜງການບໍລິການ ຂະຫຍາຍຕົວ 12,2% ກວມເອົາ 25,5% ຂອງ GDP.

ຈຸດສຸມປະຕິບັດ ປີ 2023 ສ້າງໃຫ້ແຂວງ ເຊື່ອມຈອດເຊື່ອມໂຍງສູ່ບັນດາແຂວງ, ນະຄອນຫຼວງ ຊຸກຍູ້ການປູກການລ້ຽງ ເພື່ອສຳເລັດ ສອງວາລະແຫ່ງຊາດ ກໍຄື ດຳລັດ 414/ລບ ຕາມ 5 ທ່າແຮງ.

ຂໍອວຍພອນໄຊໃຫ້ຜູ້ນຳພັກ-ລັດ ຈົ່ງປະສົບແຕ່ຄວາມສຸກຄວາມຈະເລີນນຳພາປະເທດ ກ້າວຂຶ້ນ ຕາມເສັ້ນທາງສັງຄົມນິຍົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments