Monday, September 23, 2024
Homeຂ່າວຕ່າງປະເທດອາກຊັງຕິນ ເກີດໄພແຫ້ງແລ້ງຄັ້ງປະຫວັດສາດ

ອາກຊັງຕິນ ເກີດໄພແຫ້ງແລ້ງຄັ້ງປະຫວັດສາດ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອາກຊັງຕິນກຳລັງເກີດໄພແຫ້ງແລ້ງຄັ້ງປະຫວັດສາດທີ່ທຳລາຍພືດຜົນ ເຮັດໃຫ້ວິກິດເສດຖະກິດຂອງປະເທດຮ້າຍແຮງໜັກກວ່າເກົ່າພ້ອມທັງສົ່ງຜົນກະທົບຢ່າງໜັກຕໍ່ການກະເສດ ເພີ່ມຄວາມເປັນຫ່ວງຕໍ່ການຊຳລະໜີ້ ແລະ ເຮັດໃຫ້ເປົ້າໝາຍທີ່ຕົກລົງກັບກອງທຶນເງິນຕາສາກົນ (IMF) ຕົກຢູ່ໃນຄວາມສ່ຽງ.

ອາກຊັງຕິນ ຊຶ່ງເປັນຜູ້ສົ່ງອອກທັນຍາພືດລາຍໃຫຍ່ຂອງໂລກກຳລັງພົບກັບໄພແຫ້ງແລ້ງຄັ້ງຮ້າຍແຮງທີ່ສຸດໃນຮອບຫຼາຍກວ່າ 60 ປີ ສົ່ງຜົນໃຫ້ການເກັບກ່ຽວຖົ່ວເຫຼືອງ ແລະ ສາລີຫຼຸດລົງຫຼາຍ. ທ່ານ ຈູລິໂອ ກັນຊາດາ ຫົວໜ້າຝ່າຍວິໄຈເສດຖະກິດຂອງຕະຫຼາດຫໍການຄ້າໂຣຊາຣິໂອ ກ່າວວ່າ ຊາວກະສິກອນກຳລັງພົບກັບຄວາມສູນເສຍມູນຄ່າປະມານ 14.000 ລ້ານໂດລາ ແລະ ຜົນຜະລິດທັນຍາພືດຫຼຸດລົງປະມານ 50 ລ້ານໂຕນ. ໄພແຫ້ງແລ້ງສົ່ງຜົນກະທົບຢ່າງໜັກຕໍ່ອາກຊັງຕິນ ຊຶ່ງເກີດຂຶ້ນໃນຂະນະທີ່ປະເທດກຳລັງຕໍ່ສູ້ກັບອັດຕາເງິນເຟີ້ 99% ແລະ ປະເຊີນກັບກຳແພງຂອງການຊຳລະໜີ້ໃນປະເທດ ແລະ ຕ່າງປະເທດໃຫ້ກັບຜູ້ຖືຫຸ້ນ ແລະ IMF.

ເນື່ອງຈາກທັນຍາພືດຄື ສິນຄ້າສົ່ງອອກຫຼັກຂອງອາກຊັງຕິນ ເຮັດໃຫ້ແຜນການທີ່ຈະສ້າງທຶນສຳຮອງຕ່າງປະເທດຫຼຸດລົງຢ່າງວ່ອງໄວ ທ່ານ ລູອິສ ຊູບິຊາເຣຕາ ຫົວໜ້າສະມາຄົມການຄ້າ ແລະ ສະມາຄົມອຸດສາຫະກຳຖົ່ວເຫຼືອງ ກ່າວວ່າ ສະຖານະການນີ້ຮ້າຍແຮງຫຼາຍ ມັນສົ່ງຜົນກະທົບຕໍ່ສະພາບເສດຖະກິດທັງໝົດຂອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments