Monday, September 23, 2024
Homeຂ່າວພາຍໃນເປີດອຸທິຍານແຫ່ງຊາດ ຫີນໜາມໜໍ່ ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ

ເປີດອຸທິຍານແຫ່ງຊາດ ຫີນໜາມໜໍ່ ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອຳນາດການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີປະກາດອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ ຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ເມືອງບົວລະພາ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ວັນໄຊ ພອງສະຫວັນ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງຊັບພະຍາກອນປ່າໄມ້ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ມີຄວາມຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາ ເຜົ່າ ມາແຕ່ດຶກດໍາບັນ ຈົນເຖິງທຸກວັນນີ້ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້, ມີຄວາມສໍາຄັນໃນການຕອບສະໝອງສະບຽງອາຫານ, ຢາປົວພະຍາດ ແລະ ອື່ນໆ ໃຫ້ແກ່ການດໍາລົງຊີວິດປະຈໍາວັນ ຂອງປະຊາຊົນລາວ.

ທ່ານເຈົ້າແຂວງຄຳມ່ວນ ຍັງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການປົກປັກຮັກສາ ໂດຍສົມທົບກັບສື່ມວນຊົນ ໃນການໂຄສະນາເຜີຍແຜ່ຄວາມໝາຍ, ຄວາມສຳຄັນ ຂອງປ່າໄມ້, ສັດນໍ້າ, ສັດປ່າຢ່າງຕໍ່ເນື່ອງ, ຖືເອົາການອະນຸລັກປົກປັກຮັກສາປ່າໄມ້ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢ່າງໝັ້ນຄົງ, ປະຊາຊົນ ແລະ ປ່າໄມ້ ຕ້ອງຢູ່ຮ່ວມກັນຢ່າງຍືນຍົງ, ເອົາໃຈໃສ່ວຽກງານປູກໄມ້ ແລະ ຟື້ນຟູປ່າໄມ້ ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ຄືນສູ່ຄວາມອຸດົມສົມບູນໃນອະນາຄົດ.

ໃນໂອກາດ ຂຶ້ນມີຄຳເຫັນ ແລະ ກ່າວເປີດພິທີປະກາດ ອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ ຢ່າງເປັນທາງການ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນ ໜາມໜໍ່ ເປັນເຂດໜຶ່ງທີ່ມີຄວາມອຸດົມສົມບູນ, ມີທີວທັດທໍາມະຊາດພູຫີນປູນທີ່ສວຍສົດງົດງາມ, ໂດດເດັ່ນ ແລະ ກວ້າງໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງ ມາຕັ້ງແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນາທຳ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວທຳມະຊາດ, ການສຶກສາຄົ້ນຄວ້າວິທະຍາສາດ. ພ້ອມດຽວກັນ ທ່ານຍັງໄດ້ ຕີລາຄາສູງ ແລະ ຖືເປັນນິມິດໝາຍສໍາຄັນທີ່ສຸດ ທີ່ຈະໄດ້ພ້ອມກັນ ສືບຕໍ່ຜັນຂະຫຍາຍ ເນື້ອໃນຈິດໃຈ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ອຸທິຍານແຫ່ງຊາດ, ປ່າສະຫງວນແຫ່ງຊາດ ແລະ ປ່າປ້ອງກັນແຫ່ງຊາດ ດັ່ງກ່າວ ເພື່ອຫັນເຂົ້າສູ່ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາຢ່າງເປັນລະບົບ, ມີຄວາມເຂັ້ມແຂງ, ມີຄວາມເປັນເອກະພາບ ທາງດ້ານການຈັດຕັ້ງ ແລະ ການຮ່ວມມືຢ່າງເປັນເຈົ້າການຈາກຊຸມຊົນທ້ອງຖິ່ນ ຢ່າງກວ້າງຂວາງ, ເພື່ອປົກປັກຮັກສາປ່າໄມ້, ເນື້ອທີ່ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ຂ່າວ-ພາບ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments