Sunday, September 22, 2024
Homeຂ່າວໜ້າໜຶ່ງຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ

ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ

ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ລະຫວ່າງ ສປປ ລາວ-ກຳປູເຈຍ ຄັ້ງທີ 1 ວັນທີ 13 ມີນາ 2023 ທີ່ນະຄອນຫຼວງວຽງຈັນ ສປປ ລາວ

1. ກອງປະຊຸມລັດຖະມົນຕີທ່ອງທ່ຽວລະຫວ່າງ ສປປ ລາວ-ກຳປູເຈຍ ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2023 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວແລະ ທ່ານ ປອ. ທອງຄົນ, ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ.

2. ລັດຖະມົນຕີສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືອັນແໜ້ນແຟ້ນ ແລະ ຄວາມສາມັກຄີລະຫວ່າງສອງປະເທດ ໃນການຕໍ່ສູ້ກັບການແຜ່ລະບາດຂອງເຊື່ອພະຍດໂຄວິດ-19. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນບາງຜົນກະທົບຂອງການແຜ່ລະບາດຂອງເຊື່ອພະຍາດດັ່ງກ່າວທີສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວຕື່ມອີກ.

3. ລັດຖະມົນຕີສອງຝ່າຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມວິຊາການດ້ານການທ່ອງທ່ຽວລະຫວ່າງກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະກະຊວງທ່ອງທ່ຽວແຫ່ງຣາຊະອານາຈັກກຳປູເຈຍ ທີ່ໄດ້ຈັດຂຶ້ນ2ຄັ້ງແລ້ວ. ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນປະຕິບັດງານຮ່ວມກັນວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ2023-2024ລະຫວ່າງ ສປປ ລາວ ແລະ ກໍາປູເຈຍ ແລະບົດບັນທຶກກອງປະຊຸມຂອງຄະນະກຳມະການທ່ອງທ່ຽວກຳປູເຈຍ-ສປປລາວຄັ້ງທີ2.

4. ໂດຍໄດ້ຮັບຮູ້ເຖິງຄວາມສຳຄັນແລະທ່າແຮງຂອງພື້ນຖານໂຄງລ່າງທີ່ສ້າງຂຶ້ນໃໝ່ຂອງສອງປະເທດເປັນຕົ້ນແມ່ນທາງດ່ວນພະນົມເປັນ-ແຂວງສີຫານຸວິນແລະທາງລົດໄຟຄວາມໄວສູງລາວ-ຈີນ (Lao HSR).ລັດຖະມົນຕີສອງຝ່າຍ ໄດ້ສະໜັບສະໜູນຂໍ້ລິເລີ່ມໃນການສົ່ງເສີມການເດີນທາງທາງບົກລະຫວ່າງສອງປະເທດໂດຍສະເພາະການທ່ອງທ່ຽວແບບຂັບລົດເອງໂດຍມີການເອື້ອອຳນວຍຄວາມສະດວກໃນການຂ້າມຊາຍແດນ ເຊັ່ນ: ເດີນທາງຈາກສປປລາວໄປເຂດແຄມຝັ່ງທະເລຂອງກຳປູເຈຍແລະເດີນທາງຈາກກໍາປູເຈຍໄປສະຖານທີ່ທ່ອງທ່ຽວຕ່າງໆໃນສປປລາວ. ລັດຖະມົນຕີສອງຝ່າຍ ໄດ້ມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສເພີ່ມທະວີການຮ່ວມມືກັບພາກທຸລະກິດໃຫ້ຫຼາຍຂຶ້ນຕື່ມເພື່ອສ້າງລາຍການນຳທ່ຽວ ແລະ ວົງຈອນການທ່ອງທ່ຽວຮ່ວມກັນ ໂດຍສຸມໃສ່ກະແສຂອງນັກທ່ອງທ່ຽວຂອງສອງປະເທດ ແລະກະແສຂອງນັກທ່ອງທ່ຽວຈີນ ແລະກະແສນັກທ່ອງທ່ຽວອື່ນໆຈາກປະເທດທີ3ທີ່ຂ້າມຜ່ານສອງປະເທດເຫຼົ່ານີ້.

5. ໂດຍສັງເກດເຫັນທ່າແຮງຂອງສະຖານທີ່ທ່ອງທ່ຽວທີ່ເຊື່ອມຕໍ່ທາງນ້ຳ, ລັດຖະມົນຕີສອງຝ່າຍໄດ້ມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສສອງຝ່າຍ ສຶກສາຄວາມເປັນໄປໄດ້ໃນການເຊື່ອມຈອດຈຸດໝາຍປາຍທາງການທ່ອງທ່ຽວທາງນ້ຳຂອງສອງປະເທດ ໂດຍສ້າງລາຍການທ່ອງທ່ຽວລ່ອງເຮືອຕາມແມ່ນ້ຳຂອງ.

6. ລັດຖະມົນຕີສອງຝ່າຍໄດ້ສະໜັບສະໜູນການໂຄສະນາ“ສອງປະເທດ, ໜຶ່ງຈຸດໝາຍປາຍທາງ”ແລະໄດ້ມອບໝາຍໃຫ້ໜ້າທີ່ໃຫ້ເຈົ້າໜ້າທີ່ອາວຸໂສຮ່ວມກັນສ້າງວີດີໂອໂຄສະນາ“ສອງປະເທດ, ໜຶ່ງຈຸດໝາຍປາຍທາງ”ແລະວິທີການໜຶ່ງຄືການຈັດລາຍການທ່ອງທ່ຽວເພື່ອສ້າງຄວາມລຶ່ງເຄີຍໃຫ້ແກ່ພາກລັດແລະພາກທຸລະກິດ ປະກອບມີພະນັກງານລັດ, ບັນດາຜູ້ປະກອບການທ່ອງທ່ຽວ, ບໍລິສັດທ່ອງທ່ຽວແລະສື່ຂອງທັງສອງປະເທດເຂົ້າຮ່ວມ ໃນປີ2023 ແລະ2024 ເພື່ອໂຄສະນາທ່າແຮງດ້ານການທ່ອງທ່ຽວຂອງທັງສອງປະເທດ.

7. ລັດຖະມົນຕີສອງຝ່າຍຍັງໄດ້ມອບໝາຍໃຫ້ໜ້າທີ່ໃຫ້ເຈົ້າໜ້າທີ່ອາວຸໂສສຶຫສາຄວາມເປັນໄປໄດ້ໃນການຈັດງານວາງສະແດງການທ່ອງທ່ຽວຢູ່ແຕ່ລະປະເທດຕື່ມອີກເພື່ອສ້າງເຄືອຂ່າຍທີ່ດີໃຫ້ແກ່ພາກທຸລະກິດ ແລະ ພາກທຸລະກິດໄດ້ມີໂອກາດພົບປະກັນແລະສ້າງໂອກາດໃນການລົງທຶນດ້ານການທ່ອງທ່ຽວແລະການຈັດກິດຈະກໍາຕ່າງໆເພື່ອເຊື່ອມຕໍ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ.

8. ລັດຖະມົນຕີສອງຝ່າຍ ຍັງໄດ້ເນັ້ນໜັກຕື່ມເຖິງຄວາມຈຳເປັນໃນການແລກປ່ຽນ ແລະ ປຶກສາຫາລືດ້ານວິຊາການແລະການຊ່ວຍເຫຼືອໃນການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມແລະ ການທ່ອງທ່ຽວແບບອະນຸລັກ ລະຫວ່າງສອງປະເທດ,ເຮັດໃຫ້ຊຸມຊົນສາມາດເຊື່ອມຕໍ່ກັບຊຸມຊົນລະຫວ່າງສອງປະເທດແລະສ້າງລາຍການນຳທ່ຽວທີ່ດີທີ່ສຸດດ້ານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມຂອງສອງປະເທດ.

9. ດ້ານການພັດທະນາແລະຄວາມຫຼາກຫຼາຍຂອງຜະລິດຕະພັນການທ່ອງທ່ຽວ, ລັດຖະມົນຕີສອງຝ່າຍ ໄດ້ເຫັນດີເປັນເອກະພາບຮ່ວມກັນສົ່ງເສີມການທ່ອງທ່ຽວດ້ານອາຫານ(gastronomyTourism)ແລະເນັ້ນໃຫ້ເຫັນເຖິງຄວາມຈໍາເປັນໃນການຈັດງານມະຫາກຳທ່ອງທ່ຽວລະຫວ່າງ ກໍາປູເຈຍ-ລາວຄຽງຄູ່ກັບກອງປະຊຸມລັດຖະມົນຕີທ່ອງທ່ຽວສອງຝ່າຍກຳປູເຈຍ-ລາວໃນທຸກໆ2 ປີ.

10. ສໍາລັບການຮ່ວມມືອະນຸພາກພື້ນ, ລັດຖະມົນຕີສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວACMECS ຄັ້ງທີ5 ແລະກອງປະຊຸມລັດຖະມົນຕີທ່ອງທ່ຽວCLMV ຄັ້ງທີ6 ທີ່ຈັດຂຶ້ນໃນວັນທີ3 ພະຈິກ2023 ທີ່ແຂວງສຽມຣຽບ, ປະເທດກໍາປູເຈຍແລະສະແດງຄວາມເພິ່ງພໍໃຈຕໍ່ກັບໂຄງການອະນຸພາກພື້ນວ່າດ້ວຍການພັດທະນາຂີດຄວາມສາມາດໃຫ້ແກ່ພະນັກງານໃນຂະແໜງການທ່ອງທ່ຽວແລະພາກສ່ວນທີ່ດກ່ຽວຂ້ອງເຊັ່ນ: ກອງປະຊຸມແມ່ນໍ້າຂອງ-ລ້ານຊ້າງ ວ່າດ້ວຍການສື່ຄວາມໝາຍມໍລະດົກທາງທໍາມະຊາດແລະວັດທະນະທໍາ ເພື່ອເຮັດໃຫ້ການນຳທ່ຽວມີຄຸນນະພາບແລະສາມາດຄວາມເພິ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວຊຶ່ງໄດ້ຈັດຂຶ້ນລະຫວ່າງວັນທີ24-29 ພະຈິກ2019 ທີ່ແຂວງສຽມຣຽບ, ປະເທດກໍາປູເຈຍ.ລັດຖະມົນຕີສອງຝ່າຍ ໄດ້ຢ້ຳຄືນເຖິງຄວາມຈຳເປັນໃນການສະໜັບສະໜູນເຊິ່ງກັນແລະກັນໃນການຮ່ວມມືໃນຂອບອະນຸພາກພື້ນເຊັ່ນ: CLV-DTA, CLMV, ACMECS ແລະMekong-Lancang.

11. ກອງປະຊຸມຮັບຊາບຜົນຂອງການພົບປະສົ່ງເສີມພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ຈັດຂື້ນໃນວັນທີ 13 ມີນາ 2023, ນະຄອນຫຼວງວຽງຈັນ ສປປ ລາວ, ຈຸດປະສົງແນໃສ່ສ້າງກາລະໂອກາດ ໃຫ້ແກ່ພາກທຸລະກິດ ເພື່ອແລກປ່ຽນຊື້ຂາຍຜະລິດຕະພັນການທ່ອງທ່ຽວ ຂອງ ສອງຝ່າຍ.

12. ລັດຖະມົນຕີສອງຝ່າຍ ໄດ້ສະໜັບສະໜູນບົດສະເໜີໂຄງການຈາກປະເທດກຳປູເຈຍພາຍມໃຕ້ກອງທຶນຮ່ວມມືແມ່ນໍ້າຂອງ-ລ້ານຊ້າງຄື:“ການຢ້ຽມຢາມຂອງທູດທ່ອງທ່ຽວຈີນປະຈໍາຢູ່ບັນດາປະເທດແມ່ນໍ້າຂອງ-ລ້ານຊ້າງເພື່ອເພີ່ມທະວີການເຊື່ອມຕໍ່ປະຊາຊົນກັບປະຊາຊົນພາຍໃຕ້ຂອບBRI” ແນໃສ່ການສຳຫຼວດເສັ້ນທາງການທ່ອງທ່ຽວທາງບົກທີ່ສາມາດເຊື່ອຈອດກັນໄດ້ ເພື່ອດຶງດູດນັກທ່ອງທ່ຽວຈີນ ແລະ ເຮັດໃຫ້ນັກທ່ອງທ່ຽວຈີນໄດ້ສຳຜັດກັບທ່າອ່ຽງໃໝ່ຂອງການເດີນທາງໃນອາຊີຕາເວັນອອກສ່ຽງໃຕ້ຜ່ານການພັດທະນາພື້ນຖານໂຄງລ່າງໃໝ່ພາຍໃຕ້ຂອບBRI.ລັດຖະມົນຕີສອງຝ່າຍ ໄດ້ມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສຮ່ວມກັນຂຽນບົດສະເໜີໂຄງການຂໍທຶນຈາກຄູ່ຮ່ວມມືພັດທະນາເພື່ອພັດທະນາການທ່ອງທ່ຽວຢູ່ສອງປະເທດ.

ກຳປູເຈຍ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງງານມະຫະກຳທ່ອງທ່ຽວອາຊຽນ 2024 ລະຫວ່າງວັນທີ 15-20 ມັງກອນ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments