Sunday, September 22, 2024

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ. ໃນວັນທີ 07 ມີນາ 2023, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະຣາຊະະທູດ ທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຣາຊະອານະຈັກໄທ ປະຈຳ ສປປ ລາວ ຄົນໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນຂອງທ່ານທູດ, ຫັວງຢ່າງຍິ່ງວ່າ ທ່ານທູດຈະສືບຕໍ່ຍຸກຍູ້ ແລະ ປະ ກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ທ່ານທູດຄົນໃໝ່ຊາບ ກ່ຽວກັບ ສະ ພາບການພົ້ນເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາຂອງ ສປປ ລາວ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງລັດຖະບານ ລາວ-ໄທ ໃນໄລຍະຜ່ານມາ, ແຈ້ງໃຫ້ຊາບ ພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນການເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ສູນກາງພັກ ປປ ລາວ, ການພົວ ພັນດ້ານການທູດປະຊາຊົນ ກໍ່ຄື ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ໄທ ຄົບຮອບ 30 ປີ ໃນປີ 2023 ທີ່ມີການຮ່ວມມືຢ່າງໃກ້ຊິດ ແລະ ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອປະກອບສ່ວນສຳຄັນເຂົ້າໃນການພົວພັນຮ່ວມມື ລະ ຫວ່າງສອງປະເທດ ເພື່ອສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃນການຮ່ວມມື ເພື່ອການພັດທະນາຂອງສອງປະເທດ; ສະແດງຄວາມຍິນດີ ທີ່ຈະໃຫ້ການສະໜັບສະໜູນທ່ານທູດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ປະກອບສ່ວນເຂົ້າໃນການຊຸກຍູ້ ສາຍພົວພັນມິດຕະພາບ ລາວ-ໄທ ໃຫ້ນັບມື້ນັບມີການຂະຫຍາຍຕົວຍິ່ງໆຂື້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ໄທ ແລະ ໄທ-ລາວ.

ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ໃນໂອກາດການມາຮັບໜ້າທີ່ໃໝ່ຂອງທ່ານທູດ ແລະ ໃຫ້ຄໍາໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ໄທ-ລາວ ໃຫ້ແຕກດອກອອກຜົນຍີ່ງໆຂື້ນ ເພື່ອສືບຕໍ່ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການພັດທະນາຊັບພະຍາກອນມະນຸດ ລະຫວ່າງ 2 ປະເທດ, ພ້ອມທັງ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນຈາກ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments