Sunday, September 22, 2024
Homeຂ່າວພາຍໃນຮອງປະທານສະພາແຫ່ງຊາດ ສໍາເລັດ ການລົງພົບປະຜູ້ມີສິດເລືອກຕັ້ງໃນ 04 ຈຸດ ຂອງເມືອງອຸທຸມພອນ.

ຮອງປະທານສະພາແຫ່ງຊາດ ສໍາເລັດ ການລົງພົບປະຜູ້ມີສິດເລືອກຕັ້ງໃນ 04 ຈຸດ ຂອງເມືອງອຸທຸມພອນ.

ໃນລະຫວ່າງວັນທີ 6-7 ມີນາ 2023 ນີ້, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ,ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13, ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງອຸທຸມພອນ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ,ພ້ອມທັງເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງຊຸດທີ II ໃຫ້ພະນັກງານການນໍາ,ພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດພາຍໃນເມືອງ, ຕະຫຼອດຮອດປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງໃນ 04 ຈຸດຂອງເມືອງຄື: ກຸ່ມບ້ານພີນ,ສະໂມສອນຫຼັງໃໝ່ຂອງເມືອງ,ສະໂມສອນກອງພົນທະຫານຮາບທີ 04 ແລະ ຢູ່ໂຄງການຊົນລະປະທານ ແລະ ຊົນລະກະເສດອ່າງເກັບນໍ້າຍອດຫ້ວຍທ່າຮາວ ບ້ານນາຄໍາ,ນໍາພາທາງໂດຍທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ.

ໃນໂອກາດລົງເຄື່ອນໄຫວພົບປະໂອ້ລົມກັບຜູ້ມີສິດເລືອກຕັ້ງໃນຄັ້ງນີ້ ກໍ່ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາ ໃນການພັດທະນາເສດຖະກິດ-ສັງຄົມດ້ານຕ່າງໆ ຈາກແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຫຼັງຈາກນັ້ນ ກໍ່ໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ສະເໜີຂໍ້ຂ້ອງໃຈທີ່ພົບພໍ້ພາຍໃນກົມກອງ ແລະ ກຸ່ມບ້ານຂອງຕົນ ບໍ່ວ່າຈະເປັນ ບັນຫາເສັ້ນທາງຮ່ອມ ແຕ່ລະເສັ້ນພາຍໃນບ້ານພີນ ສະເໜີໃຫ້ຂັ້ນເທີງປັບປຸງທາງໃຫ້ທຽວໄດ້ສະດວກສະບາຍກວ່າເກົ່າ,ລູກຫຼານທີ່ຮຽນຈົບວິຊາຊີບແລ້ວ ບໍ່ໄດ້ເຂົ້າເຮັດວຽກ,ບັນຫາຢາເສບຕິດກໍ່ຍັງລະບາດຢູ່,ຄ່າແຮງານໜ້ອຍ ເຮັດໃຫ້ລູກຫຼານພາຍໃນບ້ານ ຫຼັ່ງໄຫຼໄປອອກແຮງງານຢູ່ຕ່າງປະເທດເປັນຈໍານວນຫຼາຍ,ສະເໜີຂໍເງິນນະໂຍບາຍຕໍ່ຜູ້ທີ່ເສຍອົງຄະໃນສະໄໝຕໍ່ສູ້ກູ້ຊາດ ແລະວຽກອື່ນໆ.

ຈາກນັ້ນ ສສຊ ແລະ ສສຂ ກໍ່ໄດ້ຜັດປ່ຽນກັນໂອ້ລົມຕໍ່ຜູ້ມີສິດເລືອກຕັ້ງ, ພ້ອມທັງເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງຊຸດທີ II ພ້ອມທັງໄດ້ແກ້ຂໍ້ຂ້ອງໃຈຂອງປະຊາຊົນທີ່ສະເໜີໃຫ້ ສສຊ ແລະ ສສຂ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນເພື່ອສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂ

ນອກນີ້ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການສຶກສາຈໍານວນໜື່ງໃຫ້ແກ່ກຸ່ມບ້ານພີນ ແລະ ກຸ່ມບ້ານດົງທ່າ ຕື່ມອີກ.

ນັກຂ່າວເມືອງອຸທຸມພອນ

ບຸນຊູ ພົມມະເທບ

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments