Sunday, September 22, 2024
Homeຂ່າວຕ່າງປະເທດແມ່ຍິງຍຸກໃໝ່ໃນ ສ ເກົາຫຼີ ເກີນ 50% ຕ້ອງການມີລູກ

ແມ່ຍິງຍຸກໃໝ່ໃນ ສ ເກົາຫຼີ ເກີນ 50% ຕ້ອງການມີລູກ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 8 ມີນາ ຜ່ານມາ, ສຳນັກງານການປະສານນະໂຍບາຍລັດຖະບານຂອງ ສ ເກົາຫຼີ ລະບຸວ່າ ຫຼາຍກວ່າ 50% ຂອງແມ່ຍິງຍຸກໃໝ່ໃນ ສ ເກົາຫຼີ ທີ່ຕອບແບບສອບຖາມຂອງລັດຖະບານ ພົບວ່າພວກເຂົາມີຄວາມຕ້ອງການມີລູກ ໂດຍອັດຕາສ່ວນແມ່ຍິງ ສ ເກົາຫຼີ ຍຸກໃໝ່ເຕັມໃຈທີ່ຈະໃຫ້ກຳເນີດລູກເພີ່ມສູງຂຶ້ນເກີນກວ່າ 50% ເມື່ອທຽບກັບສະຖິຕິຂອງປີຜ່ານມາ.

ຜົນການສຳຫຼວດດັ່ງກ່າວເຮັດຂຶ້ນໃນລະຫວ່າງເດືອນກໍລະກົດເຖິງເດືອນສິງຫາ 2022 ເປັນການສອບຖາມຄວາມຄິດເຫັນຈາກ 15.000 ຄົວເຮືອນໃນ ສ ເກົາຫຼີ ຊຶ່ງມີສະມາຊິກໃນອາຍຸລະຫວ່າງ 19-34 ປີປະກົດວ່າ 55,3% ຂອງກຸ່ມຕົວຢ່າງທີ່ເປັນແມ່ຍິງສະແດງຄວາມເຕັມໃຈທີ່ຈະມີລູກ ສ່ວນ 70,5% ຂອງກຸ່ມຕົວຢ່າງທີ່ເປັນຜູ້ຊາຍສະແດງຄວາມຕ້ອງການແບບດຽວກັນ. ຂະນະທີ່ອັດຕາສ່ວນຂອງແມ່ຍິງໃນໄວດັ່ງກ່າວ ຊຶ່ງຍັງບໍ່ທັນໄດ້ແຕ່ງງານ ແຕ່ວາງແຜນໄວ້ໃນອະນາຄົດຢູ່ທີ່ 69,7% ເມື່ອປີຜ່ານມາ ແລະ 79,8% ສຳລັບອັດຕາສ່ວນຂອງຝ່າຍຊາຍ. ປັດຈຸບັນ, ສ ເກົາຫຼີ ກຳລັງປະເຊີນກັບພາວະອັດຕາເດັກນ້ອຍເກີດໃໝ່ຫຼຸດລົງ ເນື່ອງຈາກບັນຫາທາງດ້ານເສດຖະກິດເຊັ່ນ: ການວ່າງງານ, ຄ່າໃຊ້ຈ່າຍໃນການລ້ຽງລູກທີ່ເພີ່ມຂຶ້ນ ແລະ ລາຄາອະສັງຫາລິມມະຊັບ ຊຶ່ງຍັງຄົງຢູ່ໃນລະດັບສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments