Home ຂ່າວພາຍໃນ ອພສ 8 ແຂວງພາກເໜືອ ໄດ້ຮັບຝຶກອົບຮົມການບໍລິຫານຫ້ອງການ

ອພສ 8 ແຂວງພາກເໜືອ ໄດ້ຮັບຝຶກອົບຮົມການບໍລິຫານຫ້ອງການ

0
413

ຫ້ອງການບໍລິຫານງານສູນກາງອົງການພຸດທະສໍາພັນລາວ (ອພສ) ຮ່ວມກັບ ອພສ ແຂວງບໍ່ແກ້ວ ໄດ້ຈັດຊຸດຝຶກອົບຮົມການບໍລິຫານຫ້ອງການ ໃຫ້ແກ່ຄະນະບໍລິຫານງານ ອພສ 8 ແຂວງພາກເໜືອຄື: ແຂວງບໍ່ແກ້ວເປັນເຈົ້າພາບ, ມີແຂວງຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ, ຫົວພັນ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງຊຽງຂວາງ, ໄດ້ຈັດຂຶ້ນວັນທີ 8 ມີນາ ນີ້ ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍ່ແກ້ວ, ມີບັນດາພຣະເຖລານຸເຖລະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພີ, ພຣະອາຈານໃຫຍ່ ອາດຍາທຳ ຄຳເງິນ ຄຳວົງສ໌ ປະທານ ອພສ ແຂວງບໍ່ແກ້ວ ເຈົ້າຄະນະແຂວງ ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມວຽກງານບໍລິຫານຫ້ອງການໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສໍາຄັນຂອງຄະນະບໍລິຫານງານ ອພສ ແຕ່ລະແຂວງ ໃຫ້ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວດ້ານອື່ນໆ ໃຫ້ຖືກຕ້ອງສອດຄ່ອງລະບຽບການວາງໄວ້. ສະນັ້ນ, ຈຶ່ງໄດ້ຮຽກຮ້ອງມາຍັງບັນດາສຳມະນາກອນ ຈົ່ງສຸມໃສ່ເກັບກ່ຽວເອົາບົດຮຽນຄວາມຮູ້ ເພື່ອນຳໄປໝູນໃຊ້ຈັດຕັ້ງປະຕິບັດເຂົ້າໃນວຽກງານການບໍລິຫານຫ້ອງການໃຫ້ມີປະສິດພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ຊຸດຝຶກອົບຮົມໃນຄັ້ງນີ້, ສໍາມະນາກອນ ຈະໄດ້ຮຽນຮູ້ຫຼັກການ, ວິທີການ ໃນການແຕ່ງເອກະສານ, ປະເພດເອກະສານ, ການສຳເນົາເອກະສານ, ການຈັດເກັບເອກະສານ, ຮ່າງເອກະສານທາງລັດຖະການ, ທັງໝົດນັ້ນເພື່ອເຮັດໃຫ້ຜູ້ທີ່ຮັບຜິດຊອບວຽກງານການບໍລິຫານຫ້ອງການ ໄດ້ຮັບຮູ້ເຂົ້າໃຈໃນການເຄື່ອນໄຫວວຽກງານຂອງຕົນຢ່າງຖືກຕ້ອງສອດຄ່ອງກັບຫຼັກສິນທຳຄຳສອນ, ທຳມະນູນປົກຄອງສົງລາວ, ແນວທາງນະໂຍບາຍ, ດຳລັດ, ກົດໝາຍ ແລະ ລັດຖະທຳມະນູນ ແຫ່ງ ສປປ ລາວ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກການຈັດຕັ້ງ, ແບບແຜນວິທີການເຮັດວຽກ, ການເຄື່ອນໄຫວພົວພັນວຽກງານລະຫວ່າງ ອພສ ດ້ວຍກັນ ແລະ ອົງການຈັດຕັ້ງຕ່າງໆພາກລັດ-ເອກະຊົນ ໄດ້ມີຄວາມສະດວກ ແລະ ວ່ອງໄວຫຼາຍຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ຄຳພັນ ແກ້ວມະນີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here