Monday, September 23, 2024
Homeຂ່າວພາຍໃນກະຊວງການເງິນ ແລະ ສະຖາບັນປະກັນໄພໄທ ຮ່ວມມືດ້ານວິຊາການ

ກະຊວງການເງິນ ແລະ ສະຖາບັນປະກັນໄພໄທ ຮ່ວມມືດ້ານວິຊາການ

ເມື່ອບໍ່ດົນມານີ້, ທີ່ສະຖາບັນການເງິນ-ການບັນຊີ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ, ເພື່ອສົ່ງເສີມ ແລະ ພັດທະນາບຸກຄະລາກອນດ້ານການປະກັນໄພ ລະຫວ່າງ ກະຊວງການເງິນຕາງໜ້າໂດຍກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ສະຖາບັນການເງິນ-ການບັນຊີ ແລະ ສະຖາບັນການປະກັນໄພໄທ ໂດຍຕາງລົງນາມ ຂອງ ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະທ່ານ ນາງ ອຸໄທວັນ ຊຸມຕັນຕິ ຜູ້ອໍານວຍການສະຖາບັນປະກັນໄພໄທ, ມີ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້, ສະຖາບັນປະກັນໄພໄທ ຈະໃຫ້ການຮ່ວມມືທາງດ້ານວິຊາການໃນການໃຫ້ຄໍາປຶກສາ, ຄໍາແນະນໍາໃນການສ້າງຫລັກສູດຝຶກອົບຮົມ, ໃຫ້ການສະໜັບສະໜູນທາງດ້ານວິຊາການອື່ນໆ ໂດຍການສົ່ງພະນັກງານ ຫລື ວິທະຍາກອນມາຮ່ວມເປັນຄະນະເຮັດວຽກກັບກະຊວງການເງິນ ແລະ ຈະໃຫ້ການຮ່ວມມືໃນການພັດທະນາຄວາມຮູ້ດ້ານການປະກັນໄພ ໃຫ້ກັບໜ່ວຍງານພາກລັດ, ສະຖາບັນການສຶກສາ ຫລື ໜ່ວຍງານອື່ນໆທີ່ມີຄວາມສົນໃຈໃນວຽກງານປະກັນໄພ ໂດຍມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ເຮັດໃຫ້ທຸລະກິດປະກັນໄພມີຄວາມຍືນຍົງໃນອະນາຄົດ. ສໍາລັບການຝຶກອົບຮົມພາຍໃຕ້ການຮ່ວມມືນີ້ປະກອບມີ 3 ຫລັກສູດຄື: ການຝຶກອົບ ຮົມໃຫ້ແກ່ຄູຝຶກ(ພະນັກງານລັດຖະກອນກະຊວງການເງິນ), ການຝຶກອົບຮົມໃຫ້ແກ່ຕົວແທນ-ນາຍ ໜ້າປະກັນໄພ ແລະ ການຝຶກອົບຮົມໃຫ້ແກ່ພະນັກງານຂອງ ບໍລິສັດປະກັນໄພ, ນັກສຶກສາ ແລະ ຜູ້ສົນໃຈທົ່ວໄປຂອງ ສປປ ລາວ.

ໃນໄລຍະຜ່ານມາ, ຫລັກສູດການຝຶກອົບຮົມກ່ຽວກັບຄົນກາງ ຫລື ຕົວແທນ ປະກັນໄພ ແມ່ນເງື່ອນໄຂໜຶ່ງໃນການສະເໜີຂຶ້ນທະບຽນການເປັນຕົວແທນ, ນາຍໜ້າປະກັນໄພ ໝາຍຄວາມວ່າບຸກຄົນ ຫລື ນິຕິບຸກຄົນໃດທີ່ຕ້ອງການສະໝັກເປັນຄົນກາງປະກັນໄພ, ຕ້ອງໄດ້ຜ່ານຫລັກສູດການຝຶກອົບຮົມດັ່ງກ່າວ, ປັດຈຸບັນຢູ່ໃນ ສປປ ລາວ ແມ່ນຍັງບໍ່ມີຫລັກສູດການຝຶກອົບຮົມໃຫ້ແກ່ຕົວແທນ ແລະ ນາຍໜ້າສະເພາະເທື່ອ, ຊຶ່ງການປະຕິບັດຜ່ານມາ ແມ່ນອາໄສ ບໍລິສັດປະກັນໄພເປັນຜູ້ຝຶກອົບຮົມໃຫ້ແກ່ຕົວແທນຂອງຕົນ ແລະ ບໍລິສັດປະກັນໄພເອງ ເປັນຜູ້ກຳນົດເນື້ອໃນ, ຫົວຂໍ້ ຂອງການຝຶກອົບຮົມ ຊຶ່ງເຫັນວ່າຍັງບໍ່ມີຄວາມເປັນເອກະພາບພື້ນຖານດ້ານເນື້ອໃນ.

ເຖິງຢ່າງໃດກໍຕາມ, ການເຊັນບົດບັນທຶກຮ່ວມມືທາງດ້ານວິຊາການ, ເພື່ອສ້າງຄວາມຮູ້ທາງດ້ານການປະກັນໄພ ໃຫ້ແກ່ບຸກຄະລາກອນທີ່ເຮັດວຽກໃນທຸລະກິດປະກັນໄພ(ປະກັນຊີວິດ ແລະ ປະກັນໄພທົ່ວໄປ) ລວມທັງໃຫ້ການຮ່ວມມືໃນການສົ່ງເສີມສ້າງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບພື້ນຖານດ້ານການປະກັນໄພ ໃຫ້ແກ່ບຸກຄະລາກອນຂອງພາກລັດ, ພາກເອກະຊົນ, ປະຊາຊົນທົ່ວໄປຂອງ ສປປ ລາວ, ທັງສ້າງຄວາມເຂົ້າໃຈ, ສະໜັບສະໜູນກິດຈະກໍາຕ່າງໆ ທາງດ້ານການສຶກສາເພື່ອໃຫ້ຄວາມຮູ້ກ່ຽວກັບການປະກັນໄພໃຫ້ຫລາຍຂຶ້ນ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments