Monday, September 23, 2024
Homeຂ່າວພາຍໃນທົບທວນຄືນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍແຮ່ທາດ

ທົບທວນຄືນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍແຮ່ທາດ

ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍແຮ່ທາດ ໃນວັທີ 6 ມີນາ 2023 ຜ່ານມາ ທີ່ແຂວງວຽງຈັນ ເພື່ອປຶກສາຫາລື ແລະ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017 ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປົກປັກຮັກສາຊັບພະຍາ ກອນແຮ່ທາດ ໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ຮັດກຸມ, ມີຄວາມໂປ່ງໄສ, ສອດຄ່ອງກັບຫລັກການຂອງສາກົນ ແລະ ພາກພື້ນ ກ່ຽວກັບການດຳເນີນທຸລະກິດກ່ຽວກັບແຮ່ທາດ, ທັງສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ-ລັດ ວາງອອກ ແລະ ສອດຄ່ອງກັບສະພາວະຄວາມເປັນຈິງຂອງການຂະຫຍາຍຕົວຂອງສັງຄົມໃນແຕ່ລະໄລຍະ.

ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງ ພະລັງງານແລະ ບໍ່ແຮ່, ຜູ້ຊີ້ນຳວຽກງານການປັບປຸງກົດໝາຍວ່າດ້ວຍແຮ່ທາດ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍແຮ່ທາດ ໄດ້ຖືກປັບປຸງ ເປັນຄັ້ງທີ 3 (ປັບປຸງຄັ້ງທີ 1 ໃນປີ 2008, ປັບປຸງຄັ້ງທີ 2 ໃນປີ 2011 ແລະ ປັບປຸງ ຄັ້ງທີ 3 ປີ 2017). ພາຍຫລັງກົດໝາຍວ່າດ້ວຍແຮ່ທາດ ສະບັບປີ 2017 ໄດ້ຖືກຮັບຮອງ ແລະ ປະກາດໃຊ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ໂຄສະນາ ເຜີຍແຜ່ເນື້ອໃນຂອງກົດໝາຍວ່າດ້ວຍແຮ່ທາດ ລວມທັງບັນດາລະ ບຽບການທີ່ຕິດພັນກັບວຽກງານບໍ່ແຮ່ ແລະ ທໍລະນີສາດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ພາກລັດ ແລະ ຜູ້ລົງທຶນ ໄດ້ຮັບຊາບ, ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິ ບັດ.

ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ ໃນໄລຍະຜ່ານມາ ເຫັນວ່າ ໄດ້ເປັນເຄື່ອງມືໃນການເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ດ້ານແຮ່ທາດ ແລະ ບໍ່ແຮ່ ໄດ້ດີພໍສົມຄວນ, ແຕ່ຄຽງຄູ່ກັບດ້ານດີນັ້ນ ເຫັນວ່າການອະນຸມັດລົງທຶນ ຍັງມີຫລາຍຂັ້ນຕອນ, ບໍ່ທັນຈະແຈ້ງ. ພ້ອມກັນນີ້, ການແບ່ງຂອບເຂດສິດ ແລະ ໜ້າທີ່ໃນການຄຸ້ມຄອງກ່ຽວກັບວຽກງານແຮ່ທາດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ຂາດຕົວ, ການພິຈາລະນາກ້າວເຂົ້າສູ່ຂັ້ນຕອນການຂຸດຄົ້ນ ໃຊ້ເວລາດົນພໍສົມຄວນ, ມີບາງຄັ້ງການຈັບຈອງເນື້ອທີ່ເຂດສຳປະທານ, ການປະຕິບັດພັນທະທາງດ້ານການເງິນຕໍ່ລັດຍັງບໍ່ໄປຕາມສັນຍາ ແລະ ກົດໝາຍ, ມາດຕະການຮັກສາຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ໄດ້ຖືກຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

ຕໍ່ກັບບັນຫາດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍແຮ່ທາດ ຕາມເອກກະສານເລກທີ 707/ພບ, ລົງວັນທີ 22 ມິຖຸນາ 2021. ຕໍ່ມາສະພາແຫ່ງຊາດ ຈຶ່ງໄດ້ບັນຈຸເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ ປີ 2023-2025 ສະບັບເລກທີ 02/ຄປຈ.ກກໝ, ລົງວັນທີ 28 ທັນວາ 2022. ໂດຍປະຕິບັດຕາມ ແຜນການສ້າງ ແລະ ປັບປຸງກົດໝາຍປະຈຳປີ 2023 ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 01/ຄປຈ, ລົງວັນທີ 16 ມັງກອນ 2023 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 222/ຫສນຍ, ລົງວັນທີ 16 ກຸມ ພາ 2023 ກ່ຽວກັບການຢັ້ງຢືນຄວາມພ້ອມຂອງບັນດາກົດໝາຍ ທີ່ນອນໃນແຜນການສ້າງ ແລະ ປັບ ປຸງກົດໝາຍ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ປະຈຳປີ 2023. ໃນນັ້ນ, ຂະແໜງພະລັງງານ ແລະ ບໍ່ແຮ່ ມີ 1 ກົດ ໝາຍຄື: ການປັບປຸງ ກົດໝາຍວ່າດ້ວຍແຮ່ທາດ ທີ່ຕ້ອງນຳເຂົ້າຜ່ານ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນລະຫວ່າງເດືອນມິຖຸນາ 2023 ນີ້.

ການປັບປຸງກົດໝາຍວ່າດ້ວຍແຮ່ທາດ ເຫັນວ່າ ພົວພັນເຖິງຫລາຍບັນຫາ, ຫລາຍພາກສ່ວນ ເພື່ອເຮັດໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ນັ້ນ, ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ສຸມແນວຄວາມຄິດ, ສະຕິປັນຍາ ແລະ ຄວາມຮັບຜິດຊອບສູງເຂົ້າໃນການຄົ້ນຄວ້າ, ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງກົດໝາຍວ່າດ້ວຍແຮ່ທາດໃນຄັ້ງນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງ.

ຂໍ້ມູນ: ສູນຂ່າວສານ ພະລັງງານ ແລະ ບໍ່ແຮ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments