Monday, September 23, 2024
Homeຂ່າວພາຍໃນສໍາມະນາການຊ່ວຍເຫລືອດ້ານກົດໝາຍແລະ ປົກປ້ອງແຮງງານເພດຍິງນອກລະບົບ

ສໍາມະນາການຊ່ວຍເຫລືອດ້ານກົດໝາຍແລະ ປົກປ້ອງແຮງງານເພດຍິງນອກລະບົບ

ວັນທີ 9 ມີນາ 2023 ນີ້, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບອົງການເຟດຮາໂລ, ອົງການອ໊ອກສະຟາມ ປະຈໍາລາວ, ກະຊວງສາທາລະນະສຸກ, ກະຊວງຍຸຕິທໍາ ແລະ ກະ ຊວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາກ່ຽວກັບບັນຫາສຸຂະພາບ, ຊັບສິນທາງປັນຍາ, ການຊ່ວຍເຫລືອທາງດ້ານກົດໝາຍ ແລະ ປົກປ້ອງແຮງງານເພດຍິງນອກລະບົບ, ສໍາມະນາກ່ຽວກັບບັນຫາສຸຂະພາບ, ຊັບສິນທາງປັນຍາ, ພ້ອມທັງມີການບໍລິການກວດສຸຂະພາບຕາ ໂດຍບໍ່ເສຍຄ່າ ເພື່ອສະ ເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ໂດຍການເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ມີບັນດາຫົວໜ້າກົມ-ຮອງກົມ ມີບັນດາປ້າອາວຸໂສບໍານານ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ມູນທີ່ສໍາຄັນ ແລະ ເປັນປະໂຫຍດ ກ່ຽວກັບການຮັກສາສຸຂະ ພາບຕາຂັ້ນພື້ນຖານ, ການເຜີຍແຜ່ຄວາມຮູ້ກ່ຽວກັບວິທີການປ້ອງກັນ ແລະ ຄວບຄຸມພະຍາດບໍ່ຕິດຕໍ່, ບົດບາດຂອງແມ່ຍິງ ແລະ ຊັບສິນທາງປັນຍາ ສ້າງມູນຄ່າເພີ່ມທາງທຸລະກິດ, ເຜີຍແຜ່ດຳລັດວ່າດ້ວຍ ການຊ່ວຍເຫລືອທາງດ້ານກົດໝາຍ ແລະ ການປົກປ້ອງທາງສັງຄົມສຳລັບແຮງງານນອກລະບົບໂດຍສະເພາະແຮງງານເພດຍິງ. ນອກຈາກນັ້ນ, ຍັງຊ່ວຍປະກອບ ສ່ວນເຂົ້າໃນການຜັນຂະຫຍາຍວຽກງານຂອງສູນກາງສະຫະພັນແມ່ຍິງລາວ ກ່ຽວກັບແຜນງານທີ IV ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດສະເໝີພາບຍິງ-ຊາຍ ແລະ ການນໍາໃຊ້ສະຖິຕິບົດບາດຍິງ-ຊາຍ, ແຜນງານທີ V ສົ່ງເສີມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານ 3 ສ້າງ, ຮັກສາສິ່ງແວດລ້ອມແບບຍືນຍົງ, ສົ່ງເສີມບົດບາດຍິງ-ຊາຍໃນການພັດທະນາແມ່ຍິງ ແລະ ຄອບຄົວ ແລະ ແຜນງານທີ VII ສົ່ງເສີມການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍເຂົ້າເຖິງຂະບວນການຍຸຕິທໍາ.

ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດກິດຈະກຳດັ່ງກ່າວ ເພື່ອເປັນການສະເຫລືມສະຫລອງວັນແມ່ຍິງສາກົນ 8 ມີນາ 2023 ຄົບຮອບ 113 ປີ ເຊິ່ງແມ່ນວັນສາກົນທີ່ສະເຫລີມສະຫລອງຜົນສຳເລັດ ທາງດ້ານສັງ ຄົມ, ເສດຖະກິດ, ວັດທະນະທຳ ແລະ ການເມືອງຂອງແມ່ຍິງ; ວັນດັ່ງກ່າວຍັງເປັນການຮຽກຮ້ອງໃຫ້ປະຕິບັດການເລັ່ງລັດຄວາມສະເໝີພາບຂອງແມ່ຍິງ. ວັນແມ່ຍິງສາກົນ ເກີດຂຶ້ນມາເປັນເວລາຫລາຍກວ່າໜຶ່ງສະຕະວັດ, ດ້ວຍການເຕົ້າໂຮມແມ່ຍິງສາກົນ ຄັ້ງທໍາອິດໃນປີ 1911 ໄດ້ຮັບການສະໜັບສະໜູນຈາກຫລາຍກວ່າໜຶ່ງລ້ານຄົນ. ສະເພາະ ຢູ່ ສປປ ລາວ, ສະຫະພັນແມ່ຍິງລາວ ໄດ້ນຳພາການຈັດທຸກໆປີ ເພື່ອສະເຫລີມສະຫລອງຜົນສຳເລັດຂອງແມ່ຍິງ, ໃຫ້ການສຶກສາ ແລະ ເຊີດຊູຄວາມສະເໝີພາບຂອງແມ່ຍິງ ຊຶ່ງປີນີ້ການສະເຫລີມສະຫລອງພາຍໃຕ້ຄໍາຂວັນ: “ການນໍາໃຊ້ດີຈິຕອນ ສໍາລັບທຸກຄົນ: ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ”. ຫົວຂໍ້ນີ້ແມ່ນສອດຄ່ອງກັບຫົວຂໍ້ບຸລິມະສິດຂອງກອງປະຊຸມຄັ້ງທີ 67 ຂອງຄະນະກໍາມະການສະຖານະພາບແມ່ຍິງ (CSW-67), “ນະວັດຕະກໍາ ແລະ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການສຶກສາໃນຍຸກດີຈິຕອນເພື່ອບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ ຍິງທຸກຄົນ ແລະ ເດັກຍິງ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments