Tuesday, September 24, 2024
Homeຂ່າວພາຍໃນນະຄອນ ໄກສອນ ພົມວິຫານ ສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ນະຄອນ ໄກສອນ ພົມວິຫານ ສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ

ແຫລ່ງນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 7 ມີນາ 2023, ຄະນະສະຫະພັນແມ່ຍິງ ນະຄອນ ໄກສອນ ພົມວິຫານ ຮ່ວມກັບຄະນະພັກ,ຄະ ນະປົກຄອງນະຄອນ ສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 113 ປີ ແລະ ຈັດກິດຈະກໍາເຕັ້ນເອໂລບິກ.

ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ກິດຈະກຳຄັ້ງນີ້, ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງຄະນະພັກ ກັບ ອົງການຈັດຕັ້ງແມ່ຍິງ-ຊາວໜຸ່ມ ໃຫ້ນັບມື້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນເລື້ອຍໆ, ທັງເປັນການເສີມຂະຫຍາຍ ບົດບາດລະຫວ່າງຍິງ-ຊາຍ, ເປັນການອອກກຳລັງກາຍ ເຮັດໃຫ້ສຸຂະພາບແຂງແຮງ ພ້ອມສືບຕໍ່ປະຕິບັດໜ້າທີ່ວຽກງານອັນມີກຽດສະ ຫງ່າທີ່ພັກ,ລັດ ຂັ້ນເທິງມອບໝາຍໃຫ້ ຢ່າງມີຜົນສຳເລັດ.

ຂ່າວ-ພາບ: ນະຄອນ ໄກສອນ ພົມວິຫານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments