ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ຕາມການຕອບສຳພາດຕໍ່ນັກຂ່າວທັງພາຍໃນ ແລະ ສາກົນ ພາຍຫລັງກອງປະຊຸມ ສະໄໝ ສາມັນ ຄະນະ ລັດຖະບານ ໃນວັນທີ 7 ມີນານີ້ ຢູ່ນະຄອນຫລວງ ບາງກອກ, ທ່ານ ປຣຸດ ຈັນໂອຊາ,ນາຍົກລັດຖະມົນຕີໄທ ໃຫ້ຮູ້ວ່າ: ຈະຖະແຫລງ ຍຸບສະພາຕ່ຳ ພາຍຫລັງ ຈັດກອງປະຊຸມ ຂອງລັດ ຖະບານ ໃນວັນທີ 14 ມີນານີ້ ຫລັງຈາກ ປຶກສາຫາລື ແລະ ໄດ້ຮັບຟັງ ຄວາມເຫັນດີ ເຫັນພ້ອມ ຈາກການນຳ ບັນດາ ພັກການເມືອງຮ່ວມ ໃນສຳພັນທະມິດ ກຳອຳນາດ ກ່ຽວກັບ ເລື່ອງຍຸບ ສະພາຕ່ຳ. ກ່ອນໜ້ານັ້ນ, ທ່ານ ປຣຸດ ຈັນໂອຊາ ຈະຍຸບສະພາຕ່ຳ ໃນກາງເດືອນ ມີນາ ເພື່ອເປີດ ຊ່ອງທາງ ຈັດການເລືອກຕັ້ງ ທົ່ວປະເທດ ໃນວັນທີ 7 ພຶດ ສະພານີ້, ຖືກຕາມແຜນການ ໂດຍຄະນະ ກຳມະການ ເລືອກຕັ້ງໄທ ຍົກອອກມາ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ