Tuesday, September 24, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

ໃນຕອນເຊົ້າຂອງວັນທີ 06 ມີນາ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ, ເຊິ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາ ໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າ ແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫຼາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄວິດ-19 ກໍຄືວິກິດການດ້ານຕ່າງໆ ເຊິ່ງໄດ້ຊ້ຳເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ. ການຮັບຮອງເອົາແຜນດໍາເນີນງານ ໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ ແມ່ນເປັນຂີດໝາຍທີ່ສຳຄັນ ສຳລັບວົງຄະນາຍາດສາກົນໃນການຊ່ວຍ ເຫຼືອປະເທດດ້ອຍພັດທະນາໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫຼຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ.

ຕໍ່ບັນຫາດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງເພີ່ມທະວີຄວາມພະຍາຍາມໃນການປະຕິບັດຕາມຄໍາໝາຍໝັ້ນທີ່ໃຫ້ໄວ້ ໃນແຜນດຳເນີນງານໂດຮາ ໃຫ້ທັນການ, ມີປະສິດທິຜົນ ແລະ ເປັນຮູບປະທໍາ ແລະ ໃຫ້ມີມາດຕະການສະໜັບສະໜູນຈາກສາກົນໃຫ້ຫຼາຍກວ່າເກົ່າ ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ເພື່ອໃຫ້ປະເທດດ້ອຍພັດທະນາສາມາດຫັນປ່ຽນທ່າແຮງຂອງປະເທດ ໃຫ້ກາຍເປັນຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາໄປພ້ອມກັນກັບນາໆປະເທດ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ພ້ອມທັງໄດ້ຮຽກຮ້ອງສາກົນສືບຕໍ່ການຮ່ວມມື, ສະໜັບສະໜູນໃນໄລຍະການຂ້າມຜ່ານ ແລະ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.

ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ອອດສ໌ກາ ເຟີແນນເດສ-ທາຣັນໂກ (Oscar Fernandez-Taranco), ຜູ້ຊ່ວຍເລຂາທິການໃຫ່ຍ ອົງການ ສປຊ ທີ່ຮັບຜິດຊອບການປະສານງານດ້ານການພັດທະນາ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ອົງການ ສປຊ ໂດຍສະເພາະຫ້ອງການຜູ້ປະສານງານ ອົງການ ສປຊປະຈຳປະເທດ ເພື່ອຊ່ວຍປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງບັນດາອົງການເຄື່ອຂ່າຍ ສປຊ ໃຫ້ມີຄວາມກົມກຽວ ມີປະສິດທິພາບ ແລະ ສອດຄ່ອງກັບບູລິມະສິດດ້ານການພັດທະນາຂອງລັດຖະບານ ລວມທັງການສະໜັບສະໜູນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments