Wednesday, September 25, 2024
Homeຂ່າວພາຍໃນທະຫານແຂວງບໍ່ແກ້ວ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ທະຫານແຂວງບໍ່ແກ້ວ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ໃນວັນທີ 7 ມີນາ ນີ້, ສະຫະພັນແມ່ຍິງກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910 – 8 ມີນາ 2023), ໃຫ້ກຽດປາຖະກະຖາໂດຍສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ແຂກຖືກເຊີນ ແລະ ສະມາຊິກສະຫະພັນແມ່ຍິງທົ່ວທະຫານແຂວງເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ການກຳເນີດເກີດຂຶ້ນຂອງວັນແມ່ຍິງສາກົນ ໃນທ່າມກາງເສດຖະກິດຂອງພວກສັກດີນາ ແລະ ນາຍທຶນພວມຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ນາຍທຶນ ແຕ່ກົງກັນຂ້າມຍິ່ງເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະກໍາມະກອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຄ່າແຮງງານຕໍ່າ, ບໍ່ມີການຮັບປະກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຖືກດູໝິ່ນປະໝາດຖືແມ່ຍິງເປັນສິນຄ້າເຄື່ອງຫຼິ້ນ, ຂົ່ມຂືນ ແລະ ໄລ່ອອກຈາກວຽກ, ໃນເວລາຖືກພາ, ເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບຄວາມເປັນທໍາ, ຕໍ່ໜ້າສະພາບການດັ່ງກ່າວກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ນາຍທຶນ, ເຈົ້າຂອງໂຮງຈັກ, ໂຮງງານແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ, ວັນທີ 8 ມີນາ 1899 ກໍາມະກອນແມ່ຍິງຢູ່ໂຮງງານຕັດຫຍິບ-ຕໍ່າແຜ່ນ ທີ່ເມືອງນິວຢອກ ສະຫະລັດອາເມຣິກາ ໄດ້ໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແຕ່ຖືກຕຳຫຼວດເຂົ້າສະຫຼາຍ ແລະ ຈັບກຸມ, ຮອດວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15.000 ຄົນ ໄດ້ເດີນຂະບວນປະທ້ວງຢູ່ ເມືອງນິວຢອກ ອີກຄັ້ງ ໃໝ່ ເພື່ອໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການກົດຂີ່ຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດອອກສຽງ ໃນການເລືອກຕັ້ງ-ຮັບສະໝັກເລືອກຕັ້ງ, ຈົນມາຮອດປີ 1910 ການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໄດ້ມີກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດຢູ່ໂກເປນຮາກ ປະເທດດານມາກ, ມີ 17 ປະເທດເຂົ້າຮ່ວມ ແລະ ໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ເປັນວັນແມ່ຍິງສາກົນ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງທົ່ວທະຫານແຂວງບໍ່ແກ້ວ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມ ໝາຍ, ຄວາມສຳຄັນຂອງວັນດັ່ງກ່າວ.

(ຂ່າວ-ພາບ: ພາກ ສຸທິປັນຍາ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments