Thursday, September 26, 2024
Homeຂ່າວກິລາອັລ-ອິດຕິຮັດ ສະເໜີຄ່າຈ້າງ 88 ລ້ານເອີໂຣຕໍ່ປີ ເພື່ອດຶງດູດ ເມສຊີ

ອັລ-ອິດຕິຮັດ ສະເໜີຄ່າຈ້າງ 88 ລ້ານເອີໂຣຕໍ່ປີ ເພື່ອດຶງດູດ ເມສຊີ

​ລີໂອເນວ ເມສຊີ ກອງໜ້າຊາວອາກຊັງຕິນ ຖືກຊັກຊວນອີກເທື່ອໜຶ່ງຈາກ ອັລ-ອິດຕິຮັດ ທີ່ພ້ອມສະເໜີຄ່າຈ້າງກ້ອນໃຫຍ່ເພື່ອໂນ້ມນ້າວໃຫ້ກອງໜ້າອາຍຸ 35 ປີ ຍ້າຍມາຄ້າຝີຕີນໃນລີກຊາອຸດິອາຣະເບຍ.

ໂຈນ ຟອນເດສ ນັກຂ່າວຊາວແອັດສະປາຍ ລາຍງານເມື່ອວັນພຸດທີ່ຜ່ານມາວ່າ ອັລ-ອິດຕິຮັດ ສະໂມສອນຂອງຊາອູດິອາຣະເບຍ ເປັນທີມຫຼ້າສຸດທີ່ສະແດງຄວາມກະຕືລືລົ້ນທີ່ຈະເຊັນສັນຍາກັບ ລີໂອເນວ ເມສຊີ ໃນລະດູຮ້ອນນີ້ ໂດຍພ້ອມຄ່າຕອບແທນໃຫ້ກອງໜ້າຊາວອາກຊັງຕິນສູງເຖິງລະດູການລະ 88 ລ້ານເອີໂຣ ໃນຂໍ້ຕົກລົງ 2 ປີ.

ເມສຊີ ກໍາລັງເຈລະຈາເລື່ອງສັນຍາກັບ ປາຣີ ແຊງ-ແຊກແມງ ໃນຂະນະທີ່ຂໍ້ຕົກລົງຂອງກອງໜ້າອາຍຸ 35 ປີ ກໍາລັງຈະໝົດອາຍຸລົງໃນລະດູຮ້ອນນີ້ ໃນຂະນະດຽວກັນ ຫົວໜ້າທີມຊາດອາກຊັງຕິນຊຸດແຊັມເຕະບານໂລກ 2022 ຍັງຕົກເປັນຂ່າວເຊື່ອມໂຍງກັບອະດີດທີມເກົ່າ ບາເຊໂລນາ ແລະ ອິນເຕີ ໄມອາມີ່ ຈາກເມເຈີລີກ..

ກອງໜ້າຊາວອາກຊັງຕິນ ຍັງໄດ້ຮັບຄວາມສົນໃຈຈາກສະໂມສອນໃນ ຊາອຸດີ ອາຣະເບຍ ທີ່ພະຍາຍາມຍື່ນຂໍ້ສະເໜີຈໍານວນມະຫາສານເພື່ອລໍ້ຊື້ເອົານັກເຕະທີ່ດີທີ່ສຸດໃນໂລກ ຍ້າຍຈາກເອີຣົບມາສູ່ດິນແດນຕາເວັນອອກກາງເໝືອນ ຄຣິສເຕຍໂນ ໂຣນັນໂດ ທີ່ລົງເອີຍກັບ ອັລ ນາສເຊີ.

ກ່ອນໜ້ານີ້ ອັລ-ຮິລາລ ຕົກເປັນຂ່າວວ່າສົນໃຈທີ່ຈະເຊັນສັນຍາກັບ ເມສຊີ ດ້ວຍຂໍ້ຕົກລົງມະຫາສານເຖິງ 300 ລ້ານໂດລາສະຫະລັດ ຫຼ້າສຸດ ໂຈນ ຟອນເຕສ ລາຍງານວ່າ ອັລ-ອິດຕິຮັດ ເປັນສະໂມສອນຫຼ້າສຸດພ້ອມທີ່ພ້ອມລ່າລາຍເຊັນຂອງກອງໜ້າຊາວອາກຊັງຕິນດ້ວຍຄ່າຈ້າງສູງເຖິງປີລະ 88 ລ້ານເອີໂຣ ຈາກສັນຍາສອງປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments