Saturday, September 28, 2024
Homeຂ່າວພາຍໃນອົງການກາແດງສະວິດ ໃຫ້ການຊ່ວຍເຫຼືອສະຖາບັນເລືອດແຫ່ງຊາດ

ອົງການກາແດງສະວິດ ໃຫ້ການຊ່ວຍເຫຼືອສະຖາບັນເລືອດແຫ່ງຊາດ

ອົງການກາແດງສະວິດ ມອບເຄື່ອງອຸປະກອນການແພດ ໃຫ້ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ລວມມີມູນຄ່າທັງໝົດ 195.765 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ມີນາ ນີ້ ທີ່ສະຖາບັນເລືອດແຫ່ງຊາດ ໂດຍແມ່ນ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳ ສປປ ລາວ ເປັນຜູ້ກ່າວມອບ ແລະ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ເປັນຜູ້ກ່າວຮັບໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ; ເຄື່ອງດັ່ງກ່າວທີ່ມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງປິ່ນແຍກສ່ວນປະກອບຂອງເລືອດ 1 ເຄື່ອງ, ຕູ້ເຢັນເກັບຮັກສາເລືອດ 5 ເຄື່ອງ, ເຄື່ອງປິ່ນວິເຄາະເລືອດ 10 ເຄື່ອງ, ເຄື່ອງຕັດສາຍຖົງເລືອດ 10 ເຄື່ອງ, ໝໍ້ນໍ້າອຸ່ນສໍາລັບກວດວິເຄາະເລືອດ 10 ເຄື່ອງ ແລະ ເຄື່ອງອົບຂ້າເຊື້ອ 5 ເຄື່ອງ, ເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໂດຍລວມມີມູນຄ່າທັງໝົດ 195.765 ໂດລາ ຊຶ່ງພາຍໃຕ້ໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ສະໜັບສະໜູນທຶນຈາກອົງການກາແດງສະວິດ.

ໃນໂອກາດດັ່ງກ່າວ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ ທ່ານ ຊັງມາກ ໂຕເມ ກໍຄືອົງການກາແດງສະວິດ ທີ່ໃຫ້ການຮ່ວມມື ສະໜັບສະໜູນຊ່ວຍເຫຼືອວຽກງານເລືອດ ຊຶ່ງຈະເຮັດໃຫ້ວຽກງານເລືອດມີຄວາມສະດວກ, ມີປະສິດທິພາບຂຶ້ນກວ່າເກົ່າ ແລະ ຈະຈັດຕັ້ງປະຕິບັດຕົວຊີ້ວັດໂຄງການໃຫ້ສໍາເລັດຕາມແຜນທີ່ວາງໄວ້.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments