Saturday, September 28, 2024
Homeຂ່າວຕ່າງປະເທດອັດຕາການເກີດໃນຍີ່ປຸ່ນ ຫລຸດລົງຢ່າງຕໍ່ເນື່ອງໃນຮອບ 7 ປີ

ອັດຕາການເກີດໃນຍີ່ປຸ່ນ ຫລຸດລົງຢ່າງຕໍ່ເນື່ອງໃນຮອບ 7 ປີ

ຕາມ​ຂ່າວ​ຈາກຣອຍ​ເຕີ ວັນ​ທີ 2​ ມີນາ​ນີ້, ​​ກະຊວງສາທາລະນະ​ສຸກຂອງ​ຍີ່ປຸ່ນ ​ເປີດ​ເຜີຍ​ຂໍ້​ມູນເດັກ​ເກີດ​ໃໝ່ ​ໃນ​ປີ 2022 ມີຈຳນວນ 799.728 ຄົນ ຫລຸດ​ລົງຈາກ​ປີ​ 2021 ກວມ​ເອົາ 5,1% ຖືກ​ວ່າຕ່ຳ​ສຸດ​ໃນ​ຮອບ 7 ປີ ຜ່ານມາ. ສ່ວນ​ຕົວ​ເລກ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ 8,9% ​ກວມ​ເອົາ 1,58 ລ້ານ​ຄົນ ​ໃນ​ໄລຍະ​​ດຽວ​ກັນ.

ອັດຕາ​ການ​ເກີດຫລຸດ​ລົງ​ນັ້ນໝາຍ​ເຖິງຍີ່ປຸ່ນ ຈະ​ມີ​ແຮງ​ງານ ​ແລະ ຜູ້​ເສຍ​ພາສີໜ້ອຍ​ລົງ ສຳລັບການ​ໜູນ​ຊ່ວຍເສດຖະກິດໃນ​ຊຸມ​ປີຕໍ່ໜ້າ. ນອກ​ນີ້ຄ່າ​ໃຊ້​ຈ່າຍທີ່​ເພີ່ມ​ຂຶ້ນໃນການ​ເບິ່ງ​ແຍງຜູ້ສູງອາຍຸ ຊຶ່ງເປັນອັດຕາສ່ວນຂອງປະຊາກອນທີ່ສູງກວ່າໃນປະເທດອື່ນພວມ​ເຮັດ​ໃຫ້​ເງິນ​ກອງ​ທຶນຂອງ​ປະ​ເທດໝົດ​ໄປ ​ແລະ​ ອາດ​ສົ່ງ​ຜົນໃຫ້​ຍີ່ປຸ່ນ​ເປັນ​ປະ​ເທດທີ່​ມີ​ໜີ້​ສິນ​ຫລາຍ​ທີ່​ສຸດ​ໃນ​ໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments