Home ຂ່າວຕ່າງປະເທດ ອິນໂດເນເຊຍ ເລີ່ມກໍ່ສ້າງໂຮງໄຟຟ້າ ພະລັງງານນໍ້າ ມູນຄ່າ 2,6 ຕື້ໂດລາ

ອິນໂດເນເຊຍ ເລີ່ມກໍ່ສ້າງໂຮງໄຟຟ້າ ພະລັງງານນໍ້າ ມູນຄ່າ 2,6 ຕື້ໂດລາ

0
201

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 2 ມີນາ ອິນໂດເນເຊຍ ເລີ່ມກໍ່ສ້າງໂຮງໄຟຟ້າພະລັງງານນໍ້າດ້ວຍມູນຄ່າ 2,6 ຕື້ໂດລາ ສະຫະລັດ ຢູ່ເກາະກາລິມັນຕັນ ເປັນເກາະຂະໜາດໃຫຍ່ອັນດັບ 2 ຂອງປະເທດ. ໂຮງໄຟຟ້າເມນຕາຣັງ ອິນດຸກ (Mentarang Induk) ໄດ້ຮັບການພັດທະນາ ໂດຍພີທີຄາຢັນໄຮໂດຣພາວເວີຣນູຊັນຕາຣາ (PT KHN) ເປັນບໍລິສັດຫຸ້ນສ່ວນລະຫວ່າງອິນໂດເນເຊຍ ແລະ ມາເລເຊຍ. ທ່ານໂຈໂກວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ກ່າວໃນເວລາ ເຂົ້າຮ່ວມ ໃນພິທີ ວາງສີລະລຶກ ເປີດເຜີຍ ຄາດວ່າ ອິນໂດເນເຊຍ ຈະສາມາດ ສ້າງການປ່ຽນຜ່ານ ທາງເສດຖະກິດ ໄປສູ່ເສດຖະກິດ ທີ່ເປັນ ມິດຕໍ່ ສິ່ງແວດລ້ອມ. ຄາດວ່າ ໂຄງການກໍ່ສ້າງດັ່ງກ່າວ ຈະສຳເລັດ ໃນອີກ 7 ປີ ເພື່ອຈະເຊື່ອມຕໍ່ ກັບ ນິຄົມ ອຸດສາຫະກຳ ກາລິມັນຕັນ ແລະ ອື່ນໆ./.

NO COMMENTS

LEAVE A REPLY

Please enter your comment!
Please enter your name here