Saturday, September 28, 2024
Homeຂ່າວຕ່າງປະເທດສປ ຈີນ ຄົ້ນພົບແຫລ່ງນ້ຳມັນ-ອາຍແກັສຂະໜາດໃຫຍ່ ໃນທະເລໂປ໋ໄຫ່

ສປ ຈີນ ຄົ້ນພົບແຫລ່ງນ້ຳມັນ-ອາຍແກັສຂະໜາດໃຫຍ່ ໃນທະເລໂປ໋ໄຫ່

ສຳນັກຂ່າວຊິນຮວາຂອງ ສປ ຈີນ ວັນທີ 3 ມີນານີ້ ໜ່ວຍ​ງານ​ລັດ​ວິ​ສາ​ຫະກິດດ້ານ​ນ້ຳມັນ ​ຂອງ ສປ ຈີນ ຄົ້ນພົບແຫ​ລ່ງນ້ຳມັນ ​ແລະ ອາຍ​ແກັສໃນ​ທະ​ເລ​ໂປ໋​ໄຫ່ (Bohai) ມີ​ປະລິມານ​ສຳຮອງ​ນ້ຳມັນ​ດິບ ​ແລະ ອາຍ​ແກັສ ທຳ​ມະ​ຊາດ​ສູງ​ເກີນ 100 ລ້ານ​ໂຕນທຽບ​ເທົ່າ​ນ້ຳມັນ. ສະ​ເພາະບໍ່ນ້ຳມັນໂປ໋ຈົງ (Bozhong) 26-6 ຕັ້ງຢູ່ໃນເຂດນ່ານນ້ຳທາງໃຕ້ຂອງທະເລ Bohai ມີຄວາມເລິກສະເລ່ຍ 22,1 ແມັດ, ຫ່າງຈາກເທດສະບານເມືອງທຽນ​ຈິນ (Tianjin) ທາງ​ພາກ​ເໜືອ​ ຂອງ ສປ ຈີນ ປະມານ 170 ກິໂລແມັດ. ບໍ່​ນ້ຳມັນ​ ແຫ່ງ​ນີ້ມີປະລິມານສຳຮອງນ້ຳມັນ​ດິບ ​ແລະ ອາຍ​ແກັສທຳ​ມະ​ຊາດ ສູງ​ເກີນ 130 ລ້ານ​ໂຕນ​ ທຽບ​ເທົ່າ​ນ້ຳມັນ ຊຶ່ງ​ຈະ​ສາມາດ​ຜະລິດ​ນ້ຳມັນ​ດິບຫລາຍ​ກວ່າ 20 ລ້ານ​ໂຕນ ​ແລະ ​ອາຍ​ແກັສທຳ​ມະ​ຊາດຫລາຍ​ກວ່າ 9 ຕື້​​ແມັດ​ກ້ອນ ຫາກ​ອ້າງ​ອີງອັດຕາ​ການ​ນຳ​ມາ​ໃຊ້ຕາມ​ປົກກະຕິ. ນອກ​ນີ້ຍັງ​ເປັນ​ການ​ຂະຫຍາຍ​ໂອກາດຂອງ​ການ​ສຳ​ຫລວດນ້ຳມັນ ​ແລະ​ ອາຍ​ແກັສ​ໃນ​ພື້ນ​ທີ່​ດັ່ງກ່າວ​ໃຫ້​ຫລາຍ​ຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments