Saturday, September 28, 2024
Homeຂ່າວພາຍໃນລັດຖະບານຍີ່ປຸ່ນ ສະໜອງທຶນ 3,7 ລ້ານໂດລາ ສ້າງຄວາມເຂັ້ມແຂງດ້ານການຂົນສົ່ງສາທາລະນະ ຢູ່ລາວ

ລັດຖະບານຍີ່ປຸ່ນ ສະໜອງທຶນ 3,7 ລ້ານໂດລາ ສ້າງຄວາມເຂັ້ມແຂງດ້ານການຂົນສົ່ງສາທາລະນະ ຢູ່ລາວ

ລັດຖະບານຍີ່ປຸ່ນ ໄດ້ສະໜອງການຊ່ວຍເຫລືອລ້າ ມູນຄ່າປະມານ 500 ລ້ານເຢນ ຫລື ປະມານ 3,7 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວຽກງານສ້າງຄວາມເຂັ້ມແຂງດ້ານການຂົນສົ່ງສາທາລະນະ, ເຊິ່ງການຊ່ວຍ ເຫລືອໃນຄັ້ງນີ້ ປະກອບມີ: ລົດເມ 52 ຄັນ, ອຸປະກອນສ້ອມແປງ, ອາໄຫລ່, ເຄື່ອງຈຳລອງການຂັບຂີ່ ແລະ ອື່ນໆ ເຊິ່ງພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວ ຈັດຂຶ້ນໃນວັນທີ 28 ກຸມພາ 2023 ຜ່ານມາ, ຕາງໜ້າມອບໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ລົດເມທີ່ໄດ້ຮັບໃນຄັ້ງນີ້, ມີຂະໜາດນ້ອຍກວ່າລົດເມ ທີ່ລັດຖະບານຍີ່ປຸ່ນເຄີຍສະໜອງໃຫ້ 5 ແມັດ, ເຮັດ ໃຫ້ສາມາດລ້ຽວໃນວົງແຄບ, ສາມາດແລ່ນຜ່ານຫົນທາງທີ່ແຄບ ແລະ ສາມາດໂຄ້ງກະທັນຫັນໄດ້, ເຊິ່ງຈະສົ່ງ ຜົນໃຫ້ການຂັບຂີ່ສະດວກສະບາຍຍິ່ງຂຶ້ນ. ລັດຖະບານຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນເຂົ້າໃນວຽກງານການປັບປຸງ ແລະ ຍົກລະດັບຄຸນະພາບລະບົບຂົນສົ່ງສາທາລະນະ ໃນຕົວເມືອງນະຄອນຫລວງ ຜ່ານການສະໜອງລົດເມ ແລະ ອຸປະກອນນໍາໃຊ້ທີ່ກ່ຽວຂ້ອງໃນຄັ້ງນີ້ ແລະ ຈະສືບຕໍ່ເສີມຂະຫຍາຍການຮ່ວມມືປະສານກັບພາກສ່ວນກ່ຽວຂ້ອງ ຝ່າຍລາວຢ່າງໃກ້ຊິດ ເພື່ອສະໜັບສະໜູນລັດຖະບານລາວ ໃນການແກ້ໄຂບັນຫາຕ່າງໆ ໂດຍຜ່ານການຊ່ວຍ ເຫລືອ ດ້ານໂຄງລ່າງພື້ນຖານທີ່ມີຄຸນນະພາບສູງ ແລະ ການຮ່ວມມືດ້ານເສດຖະກິດທີ່ມີຄຸນະພາບ ແລະ ນຳໃຊ້ໄດ້ຈິງ.

ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ໃນການປັບປຸງ ແລະ ຍົກລະດັບລະບົບຂົນສົ່ງໃນຕົວເມືອງ ເພື່ອ ຮອງຮັບການຂະຫຍາຍຕົວເມືອງ ແລະ ການເພີ່ມຂຶ້ນຂອງປະຊາກອນ ເຊິ່ງການຂະຫຍາຍຕົວເມືອງຢ່າງໄວວາ ເຮັດໃຫ້ເກີດມີບັນຫາລົດຕິດຍາວ ໂດຍສະເພາະແມ່ນໃນຕອນເຊົ້າ ແລະ ແລງ. ພ້ອມນັ້ນ, ໃນໄລຍະໜຶ່ງປີ ມີອຸບັດ ເຫດ ປະມານ 1.400 ກໍລະນີ, ເສຍຊີວິດ ປະມານ 200 ຄົນ ແລະ ບາດເຈັບຫລາຍກວ່າ 1.900 ຄົນ, ແຕ່ໃນຂະນະດຽວກັນ, ຍັງບໍ່ເຄີຍມີອຸບັດເຫດຂະໜາດໃຫຍ່ທີ່ເກີດຈາກລົດເມ ແລະ ກໍລະນີທີ່ເສຍຊີວິດໃນໄລຍະ 10 ປີຜ່ານມາ, ຖ້າທຽບກັບການນຳໃຊ້ລະບົບຂົນສົ່ງສາທາລະນະ ແລະ ເອກະຊົນທົ່ວໄປ ຄ່າບໍລິການລົດເມ ໂດຍສະເລ່ຍ ແມ່ນມີພຽງແຕ່ 20 ເປີເຊັນຂອງການນຳໃຊ້ລົດສ່ວນຕົວ ແລະ ຄ່າບໍລິການລົດອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments