Sunday, September 29, 2024
Homeຂ່າວພາຍໃນວິທະຍາໄລສິລະປະສຶກສາ ແລະ ສະຖາບັນວິຈິດສິນແຫ່ງຊາດ ຮ່ວມມືດ້ານວິຊາການ

ວິທະຍາໄລສິລະປະສຶກສາ ແລະ ສະຖາບັນວິຈິດສິນແຫ່ງຊາດ ຮ່ວມມືດ້ານວິຊາການ

ເມື່ອບໍ່ດົນມານີ້, ວິທະຍາໄລ ສິລະປະສຶກສາ ແລະ ສະຖາບັນວິຈິດສິນແຫ່ງຊາດ ເຊັນສັນຍາການຮ່ວມມືວຽກງານດ້ານວິຊາການ, ບໍລິຫານຄຸ້ມຄອງ ແລະ ກິດຈະກຳອື່ນໆ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສຸລິເດດ ຄອງທໍາ ຮອງຜູ້ອຳນວຍການ ວິທະຍາໄລ ສິລະປະສຶກສາ ແລະ ທ່ານ ຄຳສຸກ ແກ້ວວົງຊາຍ ຜູ້ອໍານວຍການ ສະຖາບັນວິຈິດສິນແຫ່ງຊາດ, ມີທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການເຊັນສັນຍາຮ່ວມມືໃນຄັ້ງນີ້, ເປັນການຮ່ວມມືວຽກງານດ້ານວິຊາການ, ບໍລິຫານຄຸ້ມຄອງ ແລະ ກິດຈະ ກຳອື່ນໆ ເພື່ອຊຸກຍູ້, ສົ່ງເສີມ, ແລກປ່ຽນ ແລະ ສະໜັບສະໜູນວຽກງານ ລະຫວ່າງສອງຝ່າຍໃຫ້ສອດຄ່ອງກັບນະ ໂຍບາຍຂອງພັກ, ລັດ ແລະ ສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນນັບມື້ດີຂຶ້ນ. ສ່ວນຂອບເຂດການຮ່ວມມື ແມ່ນແລກປ່ຽນວຽກບໍລິຫານຄຸ້ມຄອງໃຫ້ເກີດຜົນປະໂຫຍດສູງສຸດ; ຊຸກຍູ້ສົ່ງເສີມການຈັດກອງປະຊຸມ, ຝຶກອົບຮົມ ແລະ ສໍາມະນາທາງດ້ານວິຊາການ; ແລກປ່ຽນການຈັດການຮຽນ-ການສອນ, ຄູສອນຊ່ວຍ, ຝຶກປະສົບການ, ທັດສະນະສຶກສາ, ສັງເກດການສອນ, ການສ້າງສື່ການສອນ, ຕຳລາ, ຄູ່ມືຄູ, ເອກະສານການສອນ ແລະ ພັດທະນາຫລັກສູດ; ນະໂຍບາຍ, ຊຸກຍູ້ ສົ່ງເສີມ ແລະ ສະໜັບສະໜູນທາງດ້ານການສຶກສາ ເພື່ອຍົກລະດັບໃຫ້ແກ່ບຸກຄະລາກອນ ແລະ ນັກຮຽນ ນັກສຶກສາ ແລະ ຊຸກຍູ້ສົ່ງເສີມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທາງດ້ານກິດຈະກຳໃນວຽກງານສິລະປະ ກ່ຽວກັບການຈັດວາງສະແດງ ແລະ ອື່ນໆ ເຊິ່ງໄລຍະການຮ່ວມມື ແມ່ນ 5 ປີ ເລີ່ມແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຂ່າວ: ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments