Monday, September 30, 2024
Homeຂ່າວຕ່າງປະເທດທ່ານ ຫວໍ ວັນ ເຖືອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ

ທ່ານ ຫວໍ ວັນ ເຖືອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 2 ມີນາ ຢູ່​ ຮ່າ​ໂນ້ຍ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ XV ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ວິສາມັນ​ເທື່ອ​ທີ 4 ​ເພື່ອປ່ອນບັດເລືອກຕັ້ງ​ປະທານ​ປະ​ເທດ ອາຍຸການ 2021-2026. ໃນ​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ​ເລືອກ​ຕັ້ງ ​ທ່ານ ຫວໍ ​ວັນ ​ເຖືອງ ກຳມະການ​ກົມ​ການ​ເມືອງ ຜູ້​ປະຈຳການ​ຄະນະ​ເລຂາ​ທິການສູນກາງພັກ ຊຸດ​ທີ XIII, ສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ XV; ​ໄດ້ຮັບເລືອກຕັ້ງດຳ​ລົງ​ຕຳ​ແໜ່ງ​ເປັນປະ​ທານ​ປະ​ເທດ ແຫ່ງ​ ສາ​ທາ​ລະ​ນະ​ລັດ ​ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ອາ​ຍຸ​ການ 2021-2026.

ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ລາຍ​ຊື່ ​ແລະ ​ເລືອກ​ຕັ້ງ​ເອົາປະທານປະເທດ​ໂດຍ​ການ​ປ່ອນ​ບັດເລືອກຕັ້ງ. ຜົນຂອງການປ່ອນບັດເລືອກຕັ້ງ, ທ່ານ ຫວໍ ​ວັນ ​ເຖືອງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ.

ທ່ານ ຫວໍ ວັນ ເຖືອງ ເກີດເມື່ອວັນທີ 13 ທັນວາ 1970; ເຂົ້າເປັນສະມາຊິກພັກໃນວັນທີ 18 ພະຈິກ 1993; ບ້ານເກີດ: ຕາແສງ ອານເຟືອກ ເມືອງມ່າງທິດ ແຂວງວິງລອງ; ເປັນພະນັກງານຂັ້ນສູງຂອງພັກ ທີ່ໄດ້ຮັບການຝຶກອົບຮົມຫຼໍ່ຫຼອມ, ມີຄວາມສາມາດ ແລະ ມີປະສົບການເຮັດວຽກຢ່າງຮອບດ້ານ, ມີປະສົບການໃນຫຼາຍຕໍາແໜ່ງການນໍາທີ່ສຳຄັນຢູ່ສູນກາງ ແລະ ທ້ອງຖິ່ນ.

ທ່ານ ຫວໍ ວັນ ເຖືອງ ມີລະດັບທິດສະດີການເມືອງຂັ້ນສູງ, ວິຊາສະເພາະປະລິນຍາຕີປັດຊະຍາ, ປະລິນຍາໂທວິທະຍາສາດສັງຄົມ ແລະ ມະນຸດສາດ. ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ X (ສຳຮອງ), ຊຸດທີ XI, XII, XIII; ເລຂາທິການສູນກາງພັກ ຊຸດທີ XII, XIII.

– ກຳມະການກົມການເມືອງ ຊຸດທີ XII, XIII; ເປັນສະມາຊິກສະພາແຫ່ງຊາດຊຸດທີ XII, XIV, XV;

– ເດືອນກຸມພາ ປີ 2021 ມາຮອດປັດຈຸບັນ ທ່ານໄດ້ຮັບມອບໝາຍຈາກກົມການເມືອງດຳລົງຕຳ ແໜ່ງເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮັບຜິດຊອບວຽກງານການເມືອງພາຍໃນ, ການເງິນ, ເສດຖະກິດ, ການຕ່າງປະເທດຂອງພັກ, ວຽກງານການທູດປະຊາຊົນ.

ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ​ ຫວໍ ​ວັນ ​ເຖືອງ ໄດ້​ສາ​ບານ​ຕົນ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຕາມ​ລະ​ບຽບ​ການ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະແດງຄວາມເຄົາລົບຕໍ່ປະທານ ​ໂຮ່ຈິ​ມິນ – ວິລະ​ຊົນ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ໂລກ, ອາຈານ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ ຫວຽດນາມ, ທ່ານ​ ຫວຽນຟູຈ້ອງ ເລຂາທິການ​ໃຫຍ່ ​ແລະ ບັນດາ​ການ​ນຳ​ພັກ-​ລັດ ​ທີ່ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເລືອກຕັ້ງຮັບດຳລົງ​ຕຳ​ແໜ່​ງນີ້, ນີ້​ແມ່ນ​ກຽດ​ສັກ​ສີ​ອັນ​ຍິ່ງ​ໃຫຍ່ ​ແລະ ​ຍັງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ອັນໜັກໜ່ວງ​.

ທ່ານໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ຮ່ຳຮຽນ, ປະຕິບັດ​ບັນດາ​ອຸດົມ​ການ, ຄຸນສົມບັດ​ສິນ​ທຳປະຕິວັດ, ຕະຫຼອດ​ຮອດ​ຄວາມຮູ້ບຸນ​ຕໍ່​ການ​ເສຍສະຫຼະ ​ແລະ ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ນຳ​ຂັ້ນ​ສູງຮຸ່ນຕ່າງໆ, ສະມາຊິກ​ພັກ, ທະຫານ ​ແລະ ປະຊາຊົນ ຫວຽດນາມ ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments