Monday, September 30, 2024
Homeຂ່າວຕ່າງປະເທດອິນໂດເນເຊຍ ມຸ່ງເນັ້ນສ້າງນິຄົມອຸດສາຫະກຳແບັດເຕີຣີຍານພາຫະນະໄຟຟ້າ

ອິນໂດເນເຊຍ ມຸ່ງເນັ້ນສ້າງນິຄົມອຸດສາຫະກຳແບັດເຕີຣີຍານພາຫະນະໄຟຟ້າ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 2 ມີນາ ຜ່ານມາ, ລັດຖະບານອິນໂດເນເຊຍໄດ້ຕັ້ງຄວາມຫວັງກັບໂຄງການນິຄົມອຸດສາຫະກຳແຫ່ງໃໝ່ ໃນເກາະກາລິມັນຕັນ ໂດຍມຸ່ງເນັ້ນທີ່ຈະໃຫ້ເປັນສູນກາງການລົງທຶນແບັດເຕີຣີຍານພາຫະນະໄຟຟ້າ. ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວວ່າ: ໂຄງການກໍ່ສ້າງນິຄົມອຸດສາຫະກຳ ຊຶ່ງກຳລັງດຳເນີນການໃນພື້ນທີ່ 16.400 ເຮັກຕາ ຂອງເຂດບູລູງັນ ໃນເກາະກາລິມັນຕັນ ສຳລັບກຸ່ມຜູ້ຜະລິດແບັດເຕີຣີຍານພາຫະນະໄຟຟ້າເປັນຫຼັກ. ຂະນະດຽວກັນ, ທ່ານ ວິໂດໂດ ໄດ້ປະກາດວ່າ ນິຄົມແຫ່ງນີ້ຈະເປັນນິຄົມອຸດສາຫະກຳທີ່ເປັນມິດຕໍ່ສິ່ງແວດລ້ອມຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ເປັນອະນາຄົດຂອງອິນໂດເນເຊຍ. ປັດຈຸບັນ, ອິນໂດເນເຊຍກຳລັງສົ່ງເສີມລະບົບນິເວດຍານພາຫະນະໄຟຟ້າ ແລະ ການປ່ຽນຜ່ານສູ່ພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ໂດຍພະຍາຍາມດຶງດູດກຸ່ມນັກລົງທຶນອຸດສາຫະກຳຍານພາຫະນະໄຟຟ້າ ໃນຖານະໜຶ່ງໃນຜູ້ຜະລິດແຮ່ນິກເກິນ (Nickel) ລາຍໃຫຍ່ທີ່ສຸດຂອງໂລກ ອັນເປັນສ່ວນປະກອບຫຼັກຂອງແບັດເຕີຣີຍານພາຫະນະໄຟຟ້າ.

ທັງນີ້, ນິຄົມອຸດສາຫະກຳດັ່ງກ່າວມີກຳນົດເລີ່ມດຳເນີນການ ໃນຕົ້ນປີ 2024 ຈະໃຊ້ເຕັກໂນໂລຊີ ຊຶ່ງເປັນມິດຕໍ່ສິ່ງແວດລ້ອມຢ່າງເຕັມຮູບແບບ ຕັ້ງແຕ່ການໃຊ້ໂຮງໄຟຟ້າພະລັງງານນ້ຳທີ່ເປັນມິດຕໍ່ສິ່ງແວດລ້ອມໄປຈົນເຖິງການຜະລິດ ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມເຊັ່ນ ແບັດເຕີຣີຍານພາຫະນະໄຟຟ້າ ອີກທັງຍັງຈະມີການສ້າງຕັ້ງໂຮງງານປິໂຕຣເຄມີ ແລະ ໂຮງງານຜະລິດອະລູມິນຽມພາຍໃນນິຄົມດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments