Monday, September 23, 2024
Homeຂ່າວໜ້າໜຶ່ງຜູ້ອຳນວຍການທະນາຄານໂລກຢືນຢັນຈະໃຫ້ການຊ່ວຍເຫຼືອ ຮ່ວມມື ກັບ ສວສສຊ ໃນການສ້າງຄວາມເຂັ້ມແຂງດ້ານວິຊາການ

ຜູ້ອຳນວຍການທະນາຄານໂລກຢືນຢັນຈະໃຫ້ການຊ່ວຍເຫຼືອ ຮ່ວມມື ກັບ ສວສສຊ ໃນການສ້າງຄວາມເຂັ້ມແຂງດ້ານວິຊາການ

ໃນວັນທີ 1 ມີນາ ນີ້ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມາຣຽມ ເຊີແມນ (Mariam Sherman) ຜູ້ອໍານວຍການທະນາຄານໂລກປະຈໍາ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້ ທ່ານ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ມາຣຽມ ເຊີແມນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມໃນຄັ້ງນີ້ ແລະ ໄດ້ຍົກໃຫ້ເຫັນພາລະບົດບາດຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ທັງສອງຝ່າຍ ໄດ້ສົນທະນາ ແລກປ່ຽນທັດສະນະ ແລະ ຄໍາຄິດຄໍາເຫັນ ຕໍ່ກັບສະພາບ ແລະ ແນວທາງແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງປຶກສາຫາລືແນວທາງການຮ່ວມມືລະຫວ່າງທະນາຄານໂລກ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນດ້ານວິຊາການ ກໍຄື ການຄົ້ນຄວ້າໃນຕໍ່ໜ້າ.

ໃນໂອກາດດຽວກັນ ທ່ານ ນາງ ມາຣຽມ ເຊີແມນ ກໍໄດ້ກ່າວຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມທັງໃຫ້ຄໍາໝັ້ນວ່າ ຈະ ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ກັບສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການສ້າງຄວາມເຂັ້ມແຂງດ້ານວິຊາການ ກໍຄືການຄົ້ນຄວ້າທີ່ຕິດພັນກັບບັນຫາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ເພື່ອຊ່ວຍລັດຖະບານໃນການຊອກຫາແນວທາງໃນການແກ້ໄຂ, ປັບປຸງ ແລະ ພັດທະນາໃນຕໍ່ໜ້າ.

ຂ່າວ: ສວສສຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments