Monday, September 23, 2024
Homeສາລະໜ້າຮູ້ວິທີປ້ອງກັນສະໝອງເຊື່ອມ

ວິທີປ້ອງກັນສະໝອງເຊື່ອມ

ປະຈຸບັນທັນມີຂໍ້ມູນ ສຳລັບການປ້ອງກັນໂລກສະໝອງເຊື່ອມ ເຖີງຢ່າງໃດກໍ່ຕາມການປະຕິບັດຂ້າງລຸ່ມນີ້ອາດຊ່ວຍໃຫ້ສະໝອງມີຄວາມຈຳໄດ້ດີ.

  1. ຫຼີກລ້ຽງສານ ຫຼື ຢາ ທີ່ເຮັດໃຫ້ເກີດອັນຕະລາຍຕໍ່ສະໝອງ ເຊັ່ນ: ການດື່ມສີ່ງມືນເມົາ ແລະ ການກິນຢາໂດຍບໍ່ຈຳເປັນ.
  2. ພະຍາຍາມຝຶກສະໝອງໃຫ້ຄິດເລື້ອຍໆ ເປັນຕົ້ນ: ການອ່ານ, ຂຽນ, ຄິດເລກ, ຫຼີ້ນເກມຕອບບັນຫາ ແລະ ຝຶກຫັດການໃຊ້ອຸປະກອນໃໝ່ໆ.
  3. ອອກກຳລັງກາຍເລື້ອຍໆ ອາທິດລະ 3-5 ເທື່ອ ເຊັ່ນ: ຍ່າງຫຼີ້ນ ຝຶກໂຍຄະ ເປັນຕົ້ນ.
  4. ການພົບປະ, ເວົ້າກັບຜູ້ອື່ນເລື້ອຍໆ ເຊັ່ນ: ໄປວັດ, ໄປງານລ້ຽງ, ເຂົ້າສະມາຄົມຕ່າງໆ…
  5. ກວດສຸຂະພາບປະຈຳປີ ຫຼື ຖ້າມີພະຍາດປະຈຳຕົວ ກໍ່ຕ້ອງຕິດຕາມ ແລະ ປີ່ນປົວ.
  6. ລະມັດລະວັງເລື່ອງອຸບັດຕິເຫດຕໍ່ສະໝອງເປັນຕົ້ນແມ່ນການລົ້ມ.
  7. ພະຍາຍາມມີສະຕິຕໍ່ສີ່ງຕ່າງໆ ທີ່ກຳລັງກະທຳ ແລະ ໃຫ້ຝຶກສະມາທິຕະຫຼອດເວລາ.
  8. ບໍ່ຄິດຫຼາຍ ບໍ່ຄຽດ ຫາກິດຈະກຳເຮັດເລື້ອຍໆ ທີ່ສາມາດເຮັດໃຫ້ຜ່ອນຄາຍ, ບໍ່ຄຽດ ແລະ ບໍ່ຊືມເສົ້າ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments