Sunday, September 22, 2024
Homeຂ່າວໜ້າໜຶ່ງເຜີຍແຜ່ກົດໝາຍວ່າດ້ວຍລັດຖະບານ ແລະ ນິຕິທີ່ກ່ຽວຂ້ອງໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

ເຜີຍແຜ່ກົດໝາຍວ່າດ້ວຍລັດຖະບານ ແລະ ນິຕິທີ່ກ່ຽວຂ້ອງໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

ໃນວັນທີ 1 ມີນາ ນີ້ ທີ່ສະໂມສອນແຂວງຄໍາມ່ວນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍລັດຖະບານ ແລະ ນິຕິກຳທີ່ກ່ຽວຂ້ອງ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາຮອງລັດຖະມົນຕີຮອງຫົວໜ້າ ຫສນຍ, ມີບັນດາທ່ານຮອງເຈົ້າແຂວງ, ຄະນະຈັດຕັ້ງແຂວງ, ຫົວໜ້າຫ້ອງວ່າການແຂວງ, ຂະແໜງການກ່ຽວຂ້ອງຂອງ9 ແຂວງພາກກາງ ແລະ ພາກໃຕ້, ແຂກຖືກເຊີນ ເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ສະພາບການຈັດຕັ້ງປະຕິບັດ ແລະ ເຫດຜົນໃນການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍລັດຖະບານ ໃນແຕ່ລະໄລຍະ ຊຶ່ງນັບຕັ້ງແຕ່ໄດ້ປະກາດໃຊ້ຄັ້ງທຳອິດໃນປີ 1995 ແມ່ນໄດ້ຮັບການປັບປຸງ 4 ຄັ້ງຄື: ປີ 2003, 2015, 2016 ແລະ ປີ 2021. ສໍາລັບສະບັບປັບປຸງປີ 2021 ແມ່ນເພື່ອໃຫ້ສອດຄ່ອງກັບໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານຊຸດທີ IX, ແບບແຜນວິທີເຮັດວຽກຂອງລັດຖະບານ ແລະ ການປັບປຸງກົດໝາຍກ່ຽວຂ້ອງ ເປັນຕົ້ນກົດໝາຍ ວ່າດ້ວຍສະພາປະຊາຊົນສູງສຸດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

ຈຸດປະສົງຂອງການເຜີຍແຜ່ກົດໝາຍ ແລະ ນິຕິກໍາໃນຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຊື່ອມຊຶມບັນດາເນື້ອໃນຈິດໃຈຂອງນິຕິກຳດັ່ງກ່າວ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂົງເຂດວຽກງານພາກສ່ວນຂອງຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ, ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີຄວາມເປັນເອກະພາບ, ມີປະສິດທິພາບ,ໄດ້ຮັບປະສິດທິຜົນ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືເງື່ອນໄຂຈຸດພິເສດ ໃນການບໍລິຫານ-ຄຸ້ມຄອງລັດ ໃນແຕ່ລະໄລຍະ, ທັງເຮັດໃຫ້ການປະສານງານ ລະຫວ່າງ ຫສນຍ ກັບ ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ມີຄວາມກົມກຽວກັນດີ, ມີຄວາມຄ່ອງແຄ້ວ ແລະ ເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ນັບມື້ໄດ້ຮັບຜົນດີຂຶ້ນເປັນກ້າວໆ. ພ້ອມນີ້ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ ເປັນຕົ້ນ: ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະບັບເລກທີ 41/ນຍ; ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫສນຍ; ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍແລະ ບັນດານິຕິກຳທີ່ກ່ຽວຂ້ອງຈາກກົມກົດໝາຍ ກະຊວງຍຸຕິທຳ.

ຂ່າວ-ພາບ: ຄຳມ່ວນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments