Saturday, September 21, 2024
Homeຂ່າວຕ່າງປະເທດປີ 2022 GDP ຂອງຈີນ ເພີ່ມຂຶ້ນ 3%

ປີ 2022 GDP ຂອງຈີນ ເພີ່ມຂຶ້ນ 3%

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 28 ກຸມພາ ຜ່ານມາ, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍບົດລາຍງານໂຕເລກສະຖິຕິການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຈີນ ປະຈຳປີ 2022. ໂດຍອີງຕາມຜົນການຄິດໄລ່ເບື້ອງຕົ້ນ ໂຕເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນ ໝົດປີ 2022 ມີເຖິງ 121.020 ຕື້ຢວນ ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນ ນັ້ນ, ຂະແໜງການກະສິກຳມີມູນຄ່າ 8.834 ຕື້ຢວນ ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2021; ຂະ ແໜງການອຸດສາຫະກຳມີມູນຄ່າ 48.316 ຕື້ຢວນ ເພີ່ມຂຶ້ນ 3,8%; ສ່ວນຂະແໜງການບໍລິການມີມູນຄ່າ63.869 ຕື້ຢວນ ເພີ່ມຂຶ້ນ 2,3%. ໃນທ້າຍປີ 2022, ປະເທດຈີນມີຄັງສຳຮອງສະກຸນເງິນຕາຕ່າງປະເທດເຖິງ 3.127 ຕື້ໂດລາ ຫຼຸດລົງ 122,5 ຕື້ໂດລາ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments