Monday, September 23, 2024
Homeຂ່າວຕ່າງປະເທດຈີ 20 ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື ດ້ານນະໂຍບາຍສາກົນ

ຈີ 20 ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື ດ້ານນະໂຍບາຍສາກົນ

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງກຸ່ມ 20 ປະເທດ (G20) ໄດ້ສຳເລັດລົງຢູ່ນະຄອນເບັນກາລູຣູ ທາງພາກໃຕ້ຂອງອິນເດຍ ​ເພື່ອເພີ່ມທະວີການຮ່ວມມື ດ້ານນະໂຍບາຍສາກົນ, ຊຸກຍູ້ເສດຖະກິດໂລກ ໃຫ້ມີການພັດທະນາຢ່າງແຂງແຮງ, ຍືນຍົງ, ດຸນດ່ຽງ ແລະ ກວມລວມ. ສຳລັບອະນາຄົດຂອງເສດຖະກິດໂລກ ໄດ້ຮັບການປັບປຸງໃຫ້ດີຂຶ້ນໃນລະດັບໃດໜຶ່ງ, ແຕ່ການເຕີບໂຕຍັງຊັກຊ້າຄວາມສ່ຽງ ເສດຖະກິດຊຸດໂຊມລົງຍັງຄົງຕົວຢູ່. ລະດັບໄພເງິນເຟີ້ເພີ່ມຂຶ້ນ, ການແພ່ລະບາດຂອງພະຍາດໂຄວິດ-19 ກັບຄືນມາໃໝ່, ເງື່ອນໄຂການລະດົມທຶນຖືກຈຳກັດ ແລະ ຄວາມສ່ຽງອື່ນໆ ອາດຈະເພີ່ມທະວີຄວາມອ່ອນແອດ້ານໜີ້ສິນຂອງຕະຫລາດ ພັດທະນາໃໝ່ ແລະ ກຸ່ມເສດຖະກິດທີ່ພວມພັດທະນາ.​ ​ໃນກຸ່ມຈີ 20 ​ຕ້ອງວາງນະໂຍບາຍເງິນຕາ, ນະໂຍບາຍການເງິນ ແລະ ນະໂຍບາຍທີ່ມີລັກສະນະໂຄງປະກອບຢ່າງລະອຽດເພື່ອຊຸກຍູ້ການພັດທະນາ, ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ ແລະ ການທະນາຄານໃນທົ່ວໂລກ. ນອກນີ້ກຸ່ມ ຈີ 20 ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານນະໂຍບາຍມະຫາພາກ, ສະໜັບສະໜູນຊຸກຍູ້ວາລະປີ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (ສປຊ).

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments