Sunday, September 22, 2024
Homeຂ່າວຕ່າງປະເທດກຳປັ່ນຂວ້ຳຢູ່ນອກແຄມຝັ່ງອີຕາລີ ມີຜູ້ເສຍຊີວິດ ເກືອບ 60 ຄົນ

ກຳປັ່ນຂວ້ຳຢູ່ນອກແຄມຝັ່ງອີຕາລີ ມີຜູ້ເສຍຊີວິດ ເກືອບ 60 ຄົນ

ຕາມ​ຂ່າວ​ຈາກ​ນະຄອນຫລວງ​ໂຣມ ວັນ​ທີ27 ​ກຸມພາ​ນີ້ ​ເກີດ​ອຸບັດ​ເຫດກຳ​ປັ່ນ​ຂວ້ຳ​ ຢູ່​ນອກ​ແຄມ​ຝັ່ງ​ທາງ​ພາກ​ໃຕ້ຂອງ​ອີ​ຕາ​ລີ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 59 ຄົນ. ໃນ​ນີ້ີ້ມີ​ເດັກ 12 ຄົນ ​ແລະ ຊ່ວຍ​ເຫລືອ​ຜູ້​ລອດ​ຊີວິດຢ່າງ​ໜ້ອຍ 80 ກວ່າ​ຄົນ ຊຶ່ງ​ຜູ້​ໂດຍສານ​ ສ່ວນ​ໃຫຍ່​ເປັນຜູ້​ອົບ​ພະຍົບມີ​ທັງ​ສັນຊາດອາ​ຟະ​ກາ​ນິດ​ສະຖານ, ອີຣານ ​ແລະ ອີ​ກຫລາຍ​ປະ​ເທດ ຮ່ວມ​ກັນ​ເດີນທາງ​ມາ ​ຈາກ​ເມືອງ​ອີສ​ເມຍ ທາງ​ຕາ​ເວັນ​ຕົກ​ຂອງ​ຕວັກ​ກີ ​ເມື່ອ 4 ວັນ​ກ່ອນ​ເກີດ​ເຫດ​ຄັ້ງນີ້ ຫລັງ​ຈາກເຮືອບິນ​ລາດຕະ​ເວນຂອງ​ໜ່ວຍ​ງານສັງ​ເກດ​ການ​ຜູ້​ອົບ​ພະຍົບຟຣອນ​ເທັກສ (Frontex) ຂອງສະຫະພາບເອີຣົບ (ອີ​ຢູ) ກວດ​ພົບກຳ​ປັ່ນ​ລຳ​ນີ້​ແລ່ນຢູ່​​ທະ​ເລ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments