Saturday, September 21, 2024
Homeຂ່າວຕ່າງປະເທດຈີນ ຈະນຳໃຊ້ມາດຕະການໃໝ່ໃນຂົງເຂດຄົ້ນຄວ້າຂັ້ນພື້ນຖານ

ຈີນ ຈະນຳໃຊ້ມາດຕະການໃໝ່ໃນຂົງເຂດຄົ້ນຄວ້າຂັ້ນພື້ນຖານ

ວັນທີ 21 ກຸມພາ 2023, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ໄດ້ຈັດການຮຽນແບບລວມໝູ່ໂດຍປິ່ນອ້ອມຫົວຂໍ້ “ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ”. ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ຮັບຟັງການອະທິບາຍຂອງຊ່ຽວຊານແລ້ວ ໄດ້ໃຫ້ຄຳບັນລະຍາຍຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ນີ້. ເປັນຫຍັງຈີນຈຶ່ງຕ້ອງເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ? ເຮັດແນວໃດຈຶ່ງສາມາດເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ? ມາດຕະການດັ່ງກ່າວຈະນຳເອົາຜົນປະໂຫຍດແນວໃດມາໃຫ້ກັບໂລກ?

“ການຮ່ຳຮຽນແບບລວມໝູ່” ແມ່ນຫຍັງ?

ການຮ່ຳຮຽນແບບລວມໝູ່ຂອງກົມການເມືອງສູນກາງພັກກອມມູນິດຈີນແມ່ນກົນໄກການຮ່ຳຮຽນທີ່ພັກກຳອຳນາດປັບປຸງຕົນເອງໃຫ້ສົມບູນຂຶ້ນ, ແມ່ນສີສັນພິເສດອັນພົ້ນເດັ່ນຂອງພັກກອມມູນິດຈີນໃນການປົກຄອງບໍລິຫານປະເທດ. ໃນຖານະເປັນຄະນະນຳທີ່ຕັດສິນນະໂຍບາຍໃນພັກກຳອຳນາດ, ກຳມະການກົມການເມືອງສູນກາງພັກ ຈະດຳເນີນການຮ່ຳຮຽນແບບລວມໝູ່ກ່ຽວກັບບັນຫາສຳຄັນ ຫຼື ຄວາມຮັບຮູ້ໃນຂົງເຂດສະເພາະວິຊາທີ່ພົວພັນເຖິງການພັດທະນາຂອງຈີນ, ເພື່ອຍົກສູງຄວາມສາມາດ ແລະ ລະດັບການປົກຄອງບໍລິຫານປະເທດ. ການຮ່ຳຮຽນແບບລວມໝູ່ແນວນີ້ຈະຈັດຂຶ້ນ 7-8 ເທື່ອໃນທຸກໆປີ. ສຳລັບຫົວຂໍ້ໃນການຮ່ຳຮຽນແບບລວມໝູ່ຄັ້ງນີ້ຄື ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ, ປັບປຸງພື້ນຖານທີ່ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກໃຫ້ໜັກແໜ້ນກວ່າເກົ່າ.

ເປັນຫຍັງຈຶ່ງໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າຂັ້ນພື້ນຖານ?

ການຄົ້ນຄວ້າຂັ້ນພື້ນຖານຢູ່ໃນສົ້ນເລີ່ມຕົ້ນຂອງຕ່ອງໂສ້ການຄົ້ນຄວ້າວິທະຍາສາດທີ່ເລີ່ມຈາກການຄົ້ນຄວ້າໄປຫາການນຳໃຊ້ຕົວຈິງ ແລະ ການຜະລິດ, ດັ່ງທ່ານ ສີຈິ້ນຜິງ ກ່າວໄວ້ວ່າ: “ສ້າງພື້ນຖານໃຫ້ໜັກແໜ້ນແລ້ວ, ອາຄານແຫ່ງພາລະກິດວິທະຍາສາດເຕັກນິກຈຶ່ງສາມາດສ້າງໃຫ້ສູງໄດ້.” ປັດຈຸບັນນີ້, ໂລກໄດ້ກ້າວເຂົ້າສູ່ຍຸກສະໄໝແຫ່ງມະຫາວິທະຍາສາດ, ການເຊື່ອມໂຍງຂອງວິຊາຕ່າງໆ ແລະ ການຄົ້ນຄວ້າແບບຂ້າມວິຊາໄດ້ພັດທະນາໄປຢ່າງບໍ່ຢຸດຢັ້ງ, ການພັດທະນາຂອງວິທະຍາສາດເຕັກນິກ ແລະ ເສດຖະກິດສັງຄົມໄດ້ເຊື່ອມໂຍງເຂົ້າກັນໄວກວ່າເກົ່າ, ການແຂ່ງຂັນດ້ານວິທະຍາສາດເຕັກນິກໃນສາກົນໄດ້ຍ້າຍໄປສູ່ແນວໜ້າຂອງການຄົ້ນຄວ້າຂັ້ນພື້ນຖານ. ອີກດ້ານໜຶ່ງ, ການພັດທະນາຂອງຈີນພວມປະເຊີນໜ້າກັບການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນກວ່າເກົ່າ, ທ່ານ ສີຈິ້ນຜິງ ສະເໜີວ່າ, ເພື່ອຮັບມືກັບການແຂ່ງຂັນດ້ານວິທະຍາສາດເຕັກນິກໃນສາກົນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ, ຕ້ອງເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານຢ່າງຮີບດ່ວນ, ແກ້ໄຂບັນຫາເຕັກນິກທີ່ມີລັກສະນະເປັນຂໍກຸນແຈຈາກແຫຼ່ງກຳເນີດ ແລະ ຂັ້ນພື້ນຖານ. ໃນໂຄງປະກອບການພັດທະນາແບບໃໝ່ຂອງຈີນທີ່ທ່ານ ສີຈິ້ນຜິງ ອອກແບບນັ້ນ, ແຜນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກທີ່ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນແມ່ນມີຄວາມສຳຄັນເປັນຢ່າງຍິ່ງ, ສຳລັບການຄົ້ນຄວ້າຂັ້ນພື້ນຖານແມ່ນຂອດໜຶ່ງທີ່ສຳຄັນ. ການໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າຂັ້ນພື້ນຖານ, ໄດ້ສະແດງໃຫ້ເຫັນແນວຄິດຊີ້ນຳເພື່ອແກ້ໄຂບັນຫາ, ແນວຄວາມຄິດທີ່ເປັນລະບົບກວມລວມ ແລະ ຄວາມເບິ່ງກວ້າງມອງໄກຂອງພັກກອມມູນິດຈີນໃນການປົກຄອງບໍລິຫານປະເທດ.

ການຮ່ຳຮຽນລວມໝູ່ເທື່ອນີ້ຍັງມີຂໍ້ມູນຫຍັງແດ່ທີ່ໜ້າສົນໃຈຕື່ມອີກ?

ການຮ່ຳຮຽນລວມໝູ່ເທື່ອນີ້ໄດ້ສົ່ງສັນຍານທີ່ຕັ້ງໜ້າ ຄື: ຈີນຈະເພີ່ມທະວີ ການຮັບປະກັນດ້ານລະບຽບການ, ການນຳໃຊ້ງົບປະມານ ແລະ ການບຳລຸງ ສ້າງບຸຄະລາກອນໃນການຄົ້ນຄວ້າພື້ນຖານ. ທ່ານ ສີຈິ້ນຜິງ ຍັງກ່າວວ່າ: ຈີນ ຈະພະຍາຍາມເພີ່ມທະວີການເປີດກວ້າງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມ ມືໃນວົງການວິທະຍາສາດເຕັກນິກສາກົນ ເພື່ອປະກອບສ່ວນອັນໃໝ່ຫຼາຍກວ່າ ເກົ່າເຂົ້າໃນຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ ດ້ວຍການປະດິດສ້າງດັ່ງ ເດີມທີ່ສຳຄັນ ແລະ ເຕັກນິກແກນກາງທີ່ສຳຄັນຫຼາຍກວ່າເກົ່າ. ສິ່ງນີ້ເປັນການ ສະແດງໃຫ້ເຫັນເຖິງແນວຄວາມຄິດປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ ທີ່ທ່ານລິເລີ່ມຂຶ້ນມາ ທີ່ນຳໃຊ້ໃນຂົງເຂດການ ຄົ້ນຄວ້າພື້ນຖານທັງເປັນການ ສືບທອດ ແລະ ການພັດທະນາໂລກະທັດ ທີ່ “ທົ່ວໂລກເປັນຄອບຄົວດຽວກັນ” ຊຶ່ງຄົນຈີນ ໄດ້ປະ ຕິບັດມາແຕ່ບູຮານນະການ. ທ່ານ ສີຈິ້ນຜິງ ກ່າວວ່າ: ມະນຸດເຮົາຢາກແກ້ໄຂ ຄວາມຫຍຸ້ງຍາກດ້ານການພັດທະນາຮ່ວມກັນ, ແມ່ນຕ້ອງ ການການຮ່ວມມືສາກົນ, ການເປີດກວ້າງ ແລະ ຊົມໃຊ້ຮ່ວມກັນຫຼາຍກວ່າ ທຸກເວລາທີ່ຜ່ານມາ. ທ່ານກ່າວຕື່ມວ່າ: ຈີນຈະສ້າງເວທີການຮ່ວມມືດ້ານການຄົ້ນ ຄວ້າພື້ນຖານສາກົນ, ສ້າງຕັ້ງກອງທຶນຄົ້ນຄວ້າວິທະຍາສາດທີ່ຫັນໜ້າໄປສູ່ທົ່ວ ໂລກ, ເພີ່ມທະວີການເປີດປະຕູສູ່ພາຍນອກຂອງແຜນການວິທະຍາສາດເຕັກ ນິກ ແຫ່ງຊາດ, ປິ່ນອ້ອມການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານ ພະລັງງານ, ຄວາມໝັ້ນຄົງດ້ານຊີວະພາບ, ການນຳໃຊ້ອະວະກາດນອກໂລກ ແລະ ບັນຫາອື່ນໆຂອງໂລກ, ບຸກເບີກ ແລະ ລົງເລິກການຄົ້ນຄວ້າວິທະຍາ ສາດຮ່ວມລະຫວ່າງຈີນ ກັບຕ່າງປະເທດ.

ໂດຍ: ຊີອາໄອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments