Sunday, September 22, 2024
Homeຂ່າວໜ້າໜຶ່ງການຈັດພິທີປາຖະກະຖາເຜີຍແຜ່ ແລະ ເຊື່ອມຊືມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ...

ການຈັດພິທີປາຖະກະຖາເຜີຍແຜ່ ແລະ ເຊື່ອມຊືມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 )

ໃນຕອນແລງຂອງວັນທີ 22 ກຸມພາ 2023, ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດຕັ້ງພິທີປາຖະກະຖາເພື່ອເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານສຳຄັນຂອງ ພັກ-ລັດ ຄື : ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະ ເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ), ຊຶ່ງໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານສະຖານທູດ, ສະມາຄົມນັກສຶກສາ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ ສ.ຣັດເຊຍ ລວມທັງໝົດຈຳນວນ 16 ສະຫາຍ, ຍິງ 05 ສະຫາຍ.

ໃນພິທີປາຖະກະຖາ ຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໃນພິທີ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ ໄດ້ໃຫ້ກຽດບັນລະຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ, ຊຶ່ງ ສະ ຫາຍ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະ 20 ປີ ທີ່ຜ່ານມາ, ຕີລາຄາຈຸດດີທີ່ຖອດຖອນໄດ້, ພ້ອມກັນນັ້ນ, ສະຫາຍໄດ້ຢັ້ງຢືນໃຫ້ເຫັນວ່າ: ຍາມໃດພັກເຮົາກໍ່ຍຶດໝັ້ນໃນທິດສະດີ ມາກ- ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ ກໍ່ຄືຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ການບັນຍາຍເນື້ອໃນເອກະສານດັ່ງກ່າວນີ້ກໍ່ເພື່ອເຮັດໃຫ້ ຄະນະພັກ, ສະມາຊິກພັກ, ພະນັກງານ ແລະ ນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນືຶ້ອໃນກອງປະຊຸມ ຢ່າງເລິກເຊິ່ງເຖິງຖອງ ບົນພື້ນຖານເພື່ອຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປືກແຜນ, ເພີ່ງຕົນເອງ ແລະ ສ້າງເຂັ້ມແຂງໃຫ້ຕົນເອງ, ທັງນີ້ກໍ່ເພື່ອຫັນເອົາເນື້ອໃນວຽກງານການເມືອງ-ແນວຄິດ ທີ່ສະຫາຍເລຂາ ໄດ້ສະ ເໜີແນະນຳເຂົ້າໝູນໃຊ້ໃນວຽກງານວິຊາສະເພາະຕົວຈິງຂອງຕົນ.

ກອງປະຊຸມຍັງໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະ ລິວົງ, ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ເຊິ່ງໄດ້ຫວນຄືນມູນເຊື້ອປະຫວັດສາດໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ພິລະກຳປະຫວັດການກຳເນີດ ຂອງກອງທັບປະຊາຊົນລາວ, ທາດແທ້, ມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ ຂອງ ກອງທັບປະຊາຊົນລາວ ໂດຍພາຍໃຕ້ການຕໍ່ສູ້ຢ່າງພິລາດອາດຫານ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກ້າວໄປສູ່ການປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະ ( ກອງທັບປະຊາຊົນລາວໃນປັດຈຸບັນ ) ໃນວັນທີ 20 ມັງກອນ 1949, ພ້ອມທັງຍົກໃຫ້ເຫັນຜົນງານການຕໍ່ສູ້ມີໄຊ, ການເຕີບໃຫຍ່ຂະຫຍາຍຕົວແຕ່ລະໄລຍະ ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ສາມາດຕີເອົາໄຊຊະນະພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ນອກນັ້ນ, ທີ່ໄດ້ຍົກໃຫ້ເຫັນຄວາມສາມາດ ແລະ ພິລະອາດຫານຂອງກອງທັບປະຊາຊົນລາວ ຍັງໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນ ທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ຈົນມາເຖິງປັດຈຸບັນ ແລະ ຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

ການເຜີຍແຜ່ເຊື່ອມຊຶມມູນເຊື້ອຂອງກອງທັບປະຊາຊົນລາວ ດັ່ງກ່າວນີ້ ຍັງເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຖິງເນື້ອໃນຈິດໃຈ, ປະຫວັດສາດທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ, ທາດແທ້ຂອງການປະຕິວັດຂອງກອງທັບປະຊາຊົນລາວ ແລະ ເຊື່ອມຊຶມເຂົ້າໃຈເຖິງຜົນງານມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ຄວາມສາມັກຄີເປັນປຶກແຜ່ນ, ການມີສະຕິລະວັງຕົວຕ້ານຍຸດທະສາດການຫັນປ່ຽນຂອງສັດຕູ, ຄວາມເປັນເຈົ້າການນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ຂອງບັນດາຜູ້ນຳຮຸ້ນກ່ອນ ມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃຫ້ເກີດຜົນສູງສຸດ ເພື່ອການສ້າງສາພັດທະນາປະເທດຊາດ ໃນປະຈຸບັນໃຫ້ໄດ້ຮັບປະສິດທິພາບສູງຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments