Sunday, September 22, 2024
Homeຂ່າວພາຍໃນແຂວງເຊກອງ ສຸມໃສ່ແກ້ໄຂເສດຖະກິດ-ການເງິນ

ແຂວງເຊກອງ ສຸມໃສ່ແກ້ໄຂເສດຖະກິດ-ການເງິນ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອົງການປົກຄອງແຂວງເຊກອງ ສະຫລຸບຜົນງານ ປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 27 ກຸມພາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ-ອົງການທຽບເທົ່າ ແລະ ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສະຫລຸບຕີລາຄາຄືນ ການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານ ຂອງອົງການປົກຄອງແຂວງປະຈໍາປີ 2022 ແລະ ວາງທິດທາງແຜນການ-ວຽກຈຸດສຸມ ປີ 2023 ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ບັນດາໜ້າວຽກທີ່ພະແນກການ, ອົງການລັດທຽບເທົ່າ, ຂະແໜງການໄດ້ຈັດຕັ້ງປະຕິບັດຜ່ານມາ. ພ້ອມນັ້ນ, ກໍຈະໄດ້ຄົ້ນຄ້ວາ, ປຶກສາຫາລື, ປະກອບຄຳຄິດຄຳເຫັນໃສ່ບັນດາໜ້າວຽກທີ່ພົ້ນເດັ່ນ ເພື່ອຕີລາຄາ ແລະ ຍົກໃຫ້ເຫັນຜົນງານດ້ານດີທີ່ຄວນເສີມຂະຫຍາຍ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງກຳນົດມາດຕະການ, ວິທີການ, ກົນໄກຊຸກຍູ້, ຄຸ້ມຄອງ ແລະ ແກ້ໄຂ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນປີຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ພ້ອມນີ້, ທ່ານເຈົ້າແຂວງເຊກອງ ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດ ຊອບການເມືອງຄົ້ນຄ້ວາ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີປະຊາທິປະໄຕບົນພື້ນຖານຍຶດໝັ້ນຜົນປະໂຫຍດລວມຂອງປະເທດຊາດ ກໍຄື ແຂວງພວກເຮົາ ແນໃສ່ເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ໃນປີ 2023 ໃຫ້ບັນລຸຕາມເປົ້າໝາຍແຜນການທີ່ວາງໄວ້.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments