Sunday, September 22, 2024
Homeຂ່າວຕ່າງປະເທດວິທະຍາສາດເຕັກນິກຂອງຈີນກ້າວໜ້າລ້ຳສະໄໝແລະເປັນບົດຮຽນທີ່ດີໃຫ້ກັບໂລກ

ວິທະຍາສາດເຕັກນິກຂອງຈີນກ້າວໜ້າລ້ຳສະໄໝແລະເປັນບົດຮຽນທີ່ດີໃຫ້ກັບໂລກ

ປັດຈຸບັນນີ້, ໂລກຂອງພວກເຮົາພວມຢູ່ໃນຍຸກໂລກາພິວັດເຊິ່ງເປັນຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝແລະຍຸກແຫ່ງຄວາມຍິ່ງໃຫຍ່ດ້ານວິທະ ຍາສາດເຕັກນິກ, ສາມາດເວົ້າໄດ້ວ່າ: ເປັນຍຸກແຫ່ງການແຂ່ງຂັນດ້ານການຄົ້ນຄວ້າວິທະຍາສາດເຕັກນິກ ເພື່ອປະດິດສິ່ງໃໝ່ທີ່ຍັງບໍ່ເຄີຍໃຊ້ມາກ່ອນອອກມາຮັບໃຊ້ສັງຄົມ ແລະ ພັດທະນາດັດແປງສິ່ງເກົ່າທີ່ມີຢູ່ແລ້ວ ໃຫ້ເກີດມີການປ່ຽນແປງກາຍ ເປັນສິ່ງໃໝ່ທີ່ໃຊ້ໄດ້ຜົນດີ ແລະ ທັນສະ ໄໝກວ່າເກົ່າ. ເມື່ອພວກເຮົານຳເອົາເຕັກ ນິກວິທະຍາສາດທີ່ທັນສະໄໝເຂົ້າມາໝູນໃຊ້ໃນຊີວິດປະຈຳວັນ ຈະຊ່ວຍໃຫ້ການເຮັດວຽກມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ ພ້ອມທັງຊ່ວຍປະຢັດທັງເວລາ ແລະ ແຮງງານໄດ້ຕື່ມອີກ, ເຮັດໃຫ້ການພັດທະນາດ້ານວິທະຍາສາດເຕັກ ນິກ ແລະ ການພັດທະນາເສດຖະ ກິດ- ສັງຄົມໄດ້ເຊື່ອມໂຍງເຂົ້າກັນໄວກວ່າເກົ່າ, ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ເກີດມີການແກ້ງແຍ້ງແຂ່ງຂັນກັນສູງດ້ານການຄົ້ນຄວ້າວິທະຍາສາດເຕັກນິກຢູ່ໃນໂລກ.

ເວົ້າສຳຫຼັບປະເທດຈີນແລ້ວ,ໄດ້ຖືເອົາວຽກງານເພີ່ມທະວີການຄົ້ນຄວ້າຂັ້ນພື້ນ ຖານເປັນ ໃຈກາງຂອງການພັດທະນາວິທະຍາສາດເຕັກນິກໃນທົ່ວສັງຄົມ ເຮັດໃຫ້ຈີນກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງສິ່ງໃໝ່ ແລະ ກາຍເປັນປະເທດທີ່ສາມາດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະ ຍາສາດເຕັກນິກ. ສ່ວນຜົນສຳເລັດດ້ານການຄົ້ນຄວ້າວິທະຍາສາດ, ດ້ານປັນຍາປະດິດ ຫລື AI ແລະ ນະວັດຕະກໍາທີ່ທັນສະໄໝຂອງຈີນໄດ້ກາຍເປັນທີ່ຍອມ ຮັບຂອງສາກົນທີ່ສຸດ. ໃນນີ້, ສິ່ງທີ່ພົ້ນເດັ່ນ ແລະປາກົດໃຫ້ເຫັນຢ່າງປະຈັກຕາຂອງຊາວໂລກໃນດ້ານການຄົ້ນຄວ້າວິທະ ຍາສາດເຕັກນິກຂອງຈີນໃນໄລຍະບໍ່ດົນມານີ້ ແມ່ນ: ການພັດທະນາລະບົບດາວທຽມນໍາທາງເປີ່ຍໂຕ່ວ, ການສ້າງສະຖານີອະວະກາດ, ການສໍາຫຼວດອະວະກາດ ເຊັ່ນ: ສໍາຫຼວດດວງຈັນ ແລະ ດາວອັງ ຄານ, ໂຄງການອະວະກາດບັນທຸກຄົນ, ການຜະລິດເຮືອບິນຂະໜາດໃຫຍ່,ການພັດທະນາເຕັກໂນໂລຊີລົດໄຟຄວາມໄວສູງ, ການສື່ສານໃນລະບົບ 5G, ໂຄງການສຳຫຼວດທະເລເລິກ ແລະ ດິນເລິກ, ເຕັກ ນິກໄຟຟ້ານິວເຄລຍ, ເຕັກນິກພະລັງງານໃໝ່, ການນຳໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝເຂົ້າໃນການຜະລິດອຸດສາ ຫະກຳ ແລະ ກະສິກຳເພື່ອຍົກສະມັດຕະພາບຜົນຜະລິດໃຫ້ສູງຂຶ້ນ. ຫລ້າສຸດ,ແມ່ນຜົນງານດ້ານວິທະຍາສາດປັນຍາປະດິດການຜະລິດລົດແບບບໍ່ມີຄົນຂັບອອກມາຮັບໃຊ້ສັງຄົມເພື່ອໃຫ້ບໍລິການຜູ້ໂດຍສານ ແນໃສ່ເປັນອີກທາງເລືອກໃໝ່ໃຫ້ຜູ້ໃຊ້ບໍລິການລະບົບຂົນສົ່ງສາທາລະນະຂອງຈີນ, ສະແດງໃຫ້ເຫັນວ່າ: ການຂັບຂີ່ແບບອັດຕະໂນມັດ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂັ້ນສູງຂອງຈີນ ໄດ້ພັດທະນາຂັ້ນຕອນຕ່າງໆ ໃຫ້ກ້າວໜ້າລ້ຳສະໄໝໄປອີກບາດກ້າວໜຶ່ງ ເຊິ່ງເປັນຄວາມສະຫຼາດທຽມທີ່ນັກຄົ້ນຄ້ວາດ້ານປັນຍາປະດິດຂອຈີນສ້າງຂຶ້ນໃຫ້ກັບສິ່ງທີ່ບໍ່ມີຊີວິດ ເພື່ອໃຫ້ສາມາດເຮັດວຽກແທນຄົນໄດ້.

ໝາຍຄວາມວ່າສ້າງເຄື່ອງຈັກໃຫ້ມີຄວາມສາມາດເຮັດທຸກຢ່າງທີ່ຄົນເຮັດໄດ້ ແລະ ມີປະສິດທິພາບໃກ້ຄຽງກັບຄົນທີ່ສຸດ ເຊັ່ນ: ສາມາດບັນຊາສັ່ງການ, ສາມາດເຂົ້າ ໃຈ ແລະ ຮຽນຮູ້ສິ່ງຕ່າງໆໄດ້ດ້ວຍຕົນເອງຄືກັບຄົນທຸກຢ່າງ. ສ່ວນລະບົບຄວາມປອດໄພຂອງລົດແບບບໍ່ມີຄົນຂັບທີ່ຈີນຜະລິດອອກມານີ້ແມ່ນມີເຖິງ 3 ຂັ້ນ ແລະ ມີລະບົບປ້ອງກັນສໍາຮອງຄ້າຍຄືກັບມີໂຊເຟີ 2 ຄົນ ບວກກັບການບັນຊາດ້ວຍລະ ບົບ 5G ເຮັດໃຫ້ລົດສາມາດຂັບໄປເອງ, ຢຸດຈອດເອງ ແລະ ຫຼົບຫຼົກສິ່ງກີດຂວາງໄດ້ເອງແບບອັດຕະໂນມັດ, ໂດຍສະເລ່ຍແລ້ວລົດແບບບໍ່ມີຄົນຂັບຄັນໜຶ່ງສາມາດຮັບ order ໄດ້ຫຼາຍກວ່າ 20 ຄັ້ງຕໍ່ມື້ ເຊິ່ງຫຼາຍກວ່າລົດຕັກຊີທໍາມະດາ. ລົດແບບບໍ່ມີຄົນຂັບຂອງຈີນ ຖ້ານຳໃຊ້ຢ່າງທົ່ວເຖິງແລ້ວ ຈະສາມາດຫຼຸດຜ່ອນອຸບັດເຫດໄດ້ເຖິງ 90% ເຮັດໃຫ້ການເດີນທາງມີຄວາມປອດໄພກວ່າ.

ທີ່ສໍາຄັນ, ສິ່ງນີ້ຍັງບໍ່ແມ່ນຈຸດສິ້ນສຸດ ມັນເປັນພຽງແຕ່ຈຸດເລີ່ມຕົ້ນຂອງຈີນເທົ່ານັ້ນ, ຈາກນີ້ໄປປະເທດຈີນຍັງຈະສຸມໃສ່ພັດທະນາຖະໜົນຫົນທາງແບບອັດສະລິຍະ ເພື່ອບັນ ລຸການຄົມມະນາຄົມແບບອັດສະລິຍະ, ແນໃສ່ເຮັດໃຫ້ການເດີນ ທາງຂອງປະຊາຊົນມີຄວາມປອດໄພ, ວ່ອງໄວ, ມີປະສິດທິຜົນ, ສີຂຽວ ແລະ ປະຢັດຄ່າໃຊ້ຈ່າຍ. ການທີ່ຈີນພັດທະນາເຕັກນິກວິທະຍາສາດປັນຍາປະດິດນໍາໃຊ້ເຂົ້າໃນຂົງເຂດຄົມມະນາຄົມນັ້ນ, ຈະເຮັດໃຫ້ລົດ ແລະ ຫົນທາງ ມີຄວາມອັດສະລິຍະຫຼາຍກວ່າເກົ່າ ແລະ ຈາກຄວາມອັດສະລິຍະດ້ານປັນຍາປະດິດເຫຼົ່ານີ້ຂອງຈີນ ຈະກາຍເປັນການເປີດກວ້າງການຮ່ວມມືດ້ານວິທະຍາສາດເຕັກນິກ ແລະ ກາຍ ເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດຢູ່ໃນໂລກໄດ້ຊົມໃຊ້ຮ່ວມກັນ. ດັ່ງທີ່ທ່ານສີຈິ້ນຜີງ ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ມີຄຳເຫັນຢູ່ໃນພິທີເປີດການຮ່ຳຮຽນແບບລວມໝູ່ຄັ້ງທີ 3 ຂອງກຳມະການກົມການເມືອງສູນກາງພັກກອມມູນິດຈີນ ທີ່ຈັດຂຶ້ນເມື່ອວັນທີ 21 ກຸມພາ 2023 ພາຍໃຕ້ຫົວຂໍ້ “ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ” ຢູ່ນະຄອນ ຫຼວງປັກກິ່ງວ່າ: “ຈີນຈະພະຍາຍາມເພີ່ມທະວີການເປີດກວ້າງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືໃນວົງການວິທະຍາສາດເຕັກນິກສາກົນ ເພື່ອປະ ກອບສ່ວນອັນໃໝ່ຫຼາຍກວ່າເກົ່າ ເຂົ້າໃນຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ ດ້ວຍການປະດິດສ້າງສິ່ງດັ້ງ ເດີມທີ່ສຳຄັນ ແລະ ເຕັກນິກແກນກາງທີ່ສຳຄັນຫຼາຍກວ່າເກົ່າ. ຈີນຈະສ້າງເວທີການຮ່ວມມືດ້ານການຄົ້ນຄວ້າພື້ນຖານສາກົນ, ສ້າງຕັ້ງກອງທຶນຄົ້ນຄວ້າວິທະ ຍາສາດທີ່ຫັນໜ້າໄປສູ່ທົ່ວໂລກ, ເພີ່ມທະວີການເປີດປະຕູສູ່ພາຍນອກຂອງແຜນ ການວິທະຍາສາດເຕັກນິກແຫ່ງຊາດ, ປິ່ນອ້ອມການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານຊີວະພາບ, ການນຳໃຊ້ອະ ວະກາດນອກໂລກແລະບັນຫາອື່ນໆຂອງໂລກ, ບຸກເບີກ ແລະ ລົງເລິກການຄົ້ນຄວ້າວິທະຍາສາດຮ່ວມລະຫວ່າງຈີນກັບຕ່າງປະ ເທດ”. ທັງໝົດເຫຼົ່ານີ້, ແມ່ນເພື່ອໃຫ້ຈີນສາມາດຮັບມືກັບການແຂ່ງຂັນດ້ານວິທະຍາສາດເຕັກນິກໃນສາກົນທີ່ນັບມື້ນັບສູງຂຶ້ນ, ເຮັດໃຫ້ຈີນສາມາດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກທີ່ທັນສະໄໝໃນລະດັບສູງ, ເຮັດໃຫ້ທິດ ທາງແຜນການດ້ານວຽກງານວິທະ ຍາສາດເຕັກນິກຂອງຈີນ ໂດຍສະເພາະແມ່ນຄວາມທັນໄໝແບບຈີນ ທີ່ກຳນົດໄວ້ໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ຮັບການຈັດຕັ້ງປະ ຕິບັດ ແລະ ຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ.

ໂດຍ: ປອງໄຕ ຈະເລີນສຸກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments