Sunday, September 22, 2024
Homeຂ່າວການເມືອງຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກຸມພາ 2023

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກຸມພາ 2023

ຕອນແລງວັນທີ 24 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສືມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2023 ໃຫ້ຮູ້ວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກຸມພາ 2023 ໄດ້ດຳເນີນ ໃນວັນທີ 24 ກຸມພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະ ຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ດັ່ງນີ້:

ວາລະທີ 1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ເງິນເຟີ້; ການຄວບຄຸມລາຄາສິນຄ້າ; ການຊຸກຍູ້ການຜະລິດລະດູແລ້ງ; ການປະກາດປີທ່ອງທ່ຽວລາວ 2023-2024 ແລະ ການກະກຽມຕ້ອນຮັບນັກທ່ອງທ່ຽວ. ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນລະອຽດຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ 2023 ແລະ ສືບຕໍ່ເປັນເຈົ້າການ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດວຽກງານທີ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນຮັບຜິດຊອບ ເປັນຕົ້ນ ການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້; ການອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການຂົນສົ່ງສິນຄ້າ ແລະ ໂດຍສານ; ການບໍລິການທ່ອງທ່ຽວ; ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ ຢ່າງມີຈຸດສຸມ, ມີຕົ້ນທຶນການຜະລິດຕໍ່າ ແລະ ຂາຍໄດ້ລາຄາດີ; ການຊໍາລະສະສາງ ຂອງບັນດາໂຄງການລົງທຶນ ຜ່ານລະບົບບັນຊີທະນາ ຄານ ໃນ ສປປ ລາວ; ການກະກຽມເປັນປະ ທານກອງປະຊຸມສຸດຍອດອາຊຽນ ໃນປີ 2024; ລວມທັງ ການຕິດຕາມ ຄຳເຫັນ, ຄຳສະເໜີຂອງສັງຄົມ ແລະ ກວດກາແກ້ໄຂ ຕາມຄວາມເປັນຈິງ. ພ້ອມທັງ ມີກົນໄກຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານຄວາມຄືບໜ້າ ຜົນການຈັດຕັ້ງປະຕິບັດ ໃຫ້ລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.

ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍປ່າສະ ຫງວນ, ພ້ອມກັນນີ້ ໄດ້ຊີ້ນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນໃຫ້ຮັດກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນ ໂດຍສະເພາະ ການໃຊ້ຄຳສັບ, ການໃຫ້ນິຍາມຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ສຳຄັນ, ການກໍານົດຈຸດປະສົງ ຂອງດໍາລັດ, ການກໍານົດຂອບເຂດສິດ ຂອງຜູ້ມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ນຳໃຊ້ປ່າສະຫງວນ, ລວມທັງ ການກຳນົດພັນທະ, ການຄົ້ນຄວ້າວິທະຍາສາດ, ການນໍາໃຊ້ແຫຼ່ງງົບປະມານ ແລະ ອື່ນໆ. ຄຽງຄູ່ກັນນີ້ ໃຫ້ກວດກາເນື້ອໃນໃຫ້ສອດຄ່ອງ ກົມກຽວກັບກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ.

ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການປົກຄອງ. ເນື່ອງຈາກ ເປັນກົດໝາຍທີ່ສຳຄັນ ແລະ ມີຄວາມລະອຽດອ່ອນ, ກອງປະຊຸມຈຶ່ງໄດ້ຊີ້ນໍາໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດຈົດໝາຍວຽນ ເພື່ອໃຫ້ສະມາຊິກລັດຖະບານ ລົງເລິກຄົ້ນຄວ້າປະກອບຄຳເຫັນຕື່ມ ແລ້ວສົ່ງຄຳເຫັນເປັນລາຍລັກອັກສອນ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສົມທົບກັບກະຊວງພາຍໃນ ສັງລວມລາຍງານຕໍ່ກອງປະຊຸມລັດຖະບານ ໃນເດືອນມີນາ 2023.

– ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ,

– ບັນດາທ່ານຜູ້ຊົມ, ຜູ້ຟັງ ທີ່ນັບຖື ແລະ ຮັກແພງ

ສໍາລັບທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2023 ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ປະຕິບັດວຽກງານ ທີ່ໄດ້ກຳນົດໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023 ໂດຍຜັນຂະຫຍາຍມາເປັນແຜນວຽກຕົວຈິງ ທີ່ຈະປະຕິບັດໃນແຕ່ລະເດືອນ ໂດຍສະເພາະ ວຽກງານທີ່ຕິດພັນກັບ 05 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ໄປຄຽງຄູ່ກັບ ແຜນພັດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2023 ຕິດພັນກັບ 02 ວາລະແຫ່ງຊາດ, ໃນນັ້ນ ໃຫ້ສຸມໃສ່ວຽກຈຳນວນໜຶ່ງ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ໂດຍສະເພາະ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ຕາມສະຖານບັນເທີງຕ່າງໆ, ບັນຫາການຂີ້ລັກງັດແງະ, ການປຸ້ນຈີ້ ແລະ ບັນຫາອຸບັດຕິເຫດທາງຖະໜົນ.

2) ສືບຕໍ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດ ບໍ່ໃຫ້ຕົກເຂົ້າສູ່ວິກິດ ໄປຄຽງຄູ່ກັບການປະຕິບັດບັນດາຄາດໝາຍ, ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ຕາມຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ແລ້ວລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອກໍານົດເຂົ້າໃນບົດລາງານສະພາບພົ້ນເດັ່ນ ໃນແຕ່ລະເດືອນ.

3) ສືບຕໍ່ສຸມໃສ່ຈັດເກັບລາຍຮັບໃນເດືອນມີນາ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນ, ໄປຄຽງຄູ່ກັບການສຸມໃສ່ການຫັນການເກັບລາຍຮັບເປັນທັນສະໄໝ, ປັບປຸງກົນໄກ ແລະ ວິທີການເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ໂດຍສະເພາະ ໃນຂົງເຂດທີ່ດິນ. ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ.

4) ສືບຕໍ່ປະຕິບັດນະໂຍບາຍເງິນຕາ, ອັດຕາແລກປ່ຽນ ແລະ ຄົ້ນຄວ້າປັບປຸງເຄື່ອງມືນະໂຍບາຍເງິນຕາ ຕາມແຜນການທີ່ກຳນົດໄວ້, ໃນນັ້ນ ເອົາໃຈໃສ່ເປັນພິເສດ ໃນການຕິດຕາມ ແລະ ລາຍງານສະພາບການປັ່ນປ່ວນ ກ່ຽວກັບອັດຕາແລກປ່ຽນ ພາຍຫຼັງທີ່ໄດ້ຍົກເລີກບັນດາຮ້ານແລກປ່ຽນ.

5) ສືບຕໍ່ປະຕິຮູບບັນດາລັດວິສາຫະກິດ ຕາມທີ່ໄດ້ມີການກໍານົດແຈ້ງ ໃນແຜນການປະຕິຮູບຂອງລັດຖະບານ ແລະ ແກ້ໄຂ ໂຄງສ້າງໜີ້ສິນຂອງບັນດາລັດວິສາຫະກິດໃຫ້ສຳເລັດໂດຍໄວ ດ້ວຍຫຼາຍຮູບແບບທີ່ເໝາະສົມ, ລວມທັງ ການແກ້ໄຂໜີ້ສິນທີ່ບໍລິສັດຈຳນວນໜຶ່ງ ຕິດໜີ້ລັດຖະບານ ຜ່ານມາ.

6) ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ແລະ ການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ສືບຕໍ່ຄົ້ນຄວ້າກໍານົດໂຄງປະກອບລາຄາສິນຄ້າ ແລະ ວິເຄາະ ວິໄຈ ສາເຫດຂອງການຂຶ້ນ-ລົງລາຄາ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ.

7) ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ເປັນຮູບປະທຳ, ສາມາດແກ້ໄຂຕົວຈິງ; ພ້ອມກັນນັ້ນ ກໍໃຫ້ກະກຽມກອງປະຊຸມທຸລະກິດລາວ (Lao Business Forum) ຄັ້ງທີ 14 ໃຫ້ມີປະສິດທິຜົນກວ່າເກົ່າ ແລະ ສາມາດສ້າງຄວາມເຊື່ອໝັ້ນ ໃຫ້ແກ່ການຄ້າ, ການລົງທຶນ.

😎 ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຜະລິດລະດູແລ້ງ ພ້ອມທັງ ມີມາດຕະການຕ້ານແລ້ງ-ຕ້ານຖ້ວມ ໃນຂອບເຂດທົ່ວປະເທດ; ສືບຕໍ່ສົ່ງເສີມການສົ່ງອອກພືດ ແລະ ຜະລິດຕະພັນພືດ ໃຫ້ໄດ້ຕາມແຜນການທີ່ກຳນົດໄວ້; ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ແກ້ໄຂ ບັນດາຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ໃນການສົ່ງອອກສິນຄ້າກະສິກຳ ໂດຍໃຫ້ມີຄາດໝາຍສໍາເລັດຢ່າງຈະແຈ້ງ.

9) ສືບຕໍ່ຕິດຕາມຊຸກຍູ້ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ສະໜາມບິນ ລວມທັງ ການບູລະນະເສັ້ນທາງຫຼວງແຫ່ງຊາດ ແລະ ທ້ອງຖິ່ນ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້. ນອກຈາກນັ້ນ, ໃຫ້ສຸມໃສ່ຄົ້ນຄ້ວາ ແລະ ສ້າງນິຕິກຳ ເພື່ອຄຸ້ມຄອງຂຶ້ນທະບຽນຕູ້ສິນຄ້າ ທີ່ຮັບໃຊ້ການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ສປປ ລາວ ໃຫ້ແກ່ຜູ້ບໍລິການຕູ້ສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ພັດທະນາລະບົບສຳເລັດ ແລະ ທົດລອງນຳໃຊ້ແລ້ວ.

10) ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ຜ່ານລົດໄຟ ລາວ-ຈີນ ໃຫ້ສະດວກ ແລະ ດີຂຶ້ນ ໂດຍສະເພາະ ປັບປຸງການບໍລິການຈຳໜ່າຍປີ້ລົດໄຟ, ການປັບປຸງ ແລະ ຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ຜູ້ໄປໃຊ້ບໍລິການ ສາມາດເຂົ້າໄປລໍຖ້າໃນສະຖານີໄດ້ຄືກັບສະໜາມບິນສາກົນ, ທັງຄົ້ນຄວ້າໃຫ້ມີຈຸດປະຈໍາການ ສໍາລັບເຈົ້າໜ້າທີ່ ເພື່ອເຮັດໜ້າທີ່ແຈ້ງເຂົ້າ-ອອກເມືອງ, ກະກຽມການເປີດຂະບວນລົດໄຟໂດຍສານຂ້າມຊາຍແດນ ລາວ-ຈີນ ແລະ ອື່ນໆ ເພື່ອດຶງດູດ ແລະ ຮອງຮັບນັກທ່ອງທ່ຽວທີ່ເພີ່ມຂຶ້ນ ຢ່າງເປັນເຈົ້າການ.

11) ກະກຽມຈັດກອງປະຊຸມສຳມະນາ ກ່ຽວກັບການຫັນເປັນດີຈິຕອນ ເພື່ອການພັດທະນາສັງຄົມດີຈິຕອນ ຂອງ ສປປ ລາວ ແລະ ກອງປະຊຸມຈັດຕັ້ງປະຕິບັດ ການຫັນເປັນລັດຖະບານດີຈິຕອນ, ເສດຖະກິດດີຈີຕອນ, ພ້ອມທັງ ສຶກສາ ແລະ ສ້າງຕົວຊີ້ວັດ ໃນການປະເມີນການພັດທະນາຫັນເປັນດີຈິຕອນ.

12) ສືບຕໍ່ແກ້ໄຂບັນຫາຊາຍແດນເຊື່ອມຕໍ່ ທີ່ຍັງຄົງຄ້າງຂອງບັນດາແຂວງ ເປັນຕົ້ນ ສະຫວັນນະເຂດ ກັບ ສາລະວັນ, ອັດຕະປື ກັບ ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ກັບ ແຂວງວຽງຈັນ ໃຫ້ສຳເລັດ ຕາມທິດຊີ້ນຳຂອງລັດຖະບານ.

13) ຮີບຮ້ອນປັບປຸງຮ່າງດໍາລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງ ແລະ ຮ່າງດຳລັດ ວ່າດ້ວຍພາລະກອນ ໃຫ້ສຳເລັດຕາມແຜນ.

14) ສືບຕໍ່ສຸມໃສ່ຄົ້ນຄວ້າມາດຕະການແກ້ໄຂ ສະພາບການຂາດເຂີນແຮງງານ ພາຍໃນປະເທດ ເພື່ອສະໜອງໃຫ້ບັນດາໂຄງການລົງທຶນ ຢູ່ ສປປ ລາວ ໃຫ້ພຽງພໍ ແລະ ທັນການ.

15) ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມ ຂອງການນຳຂັ້ນສູງ ໃຫ້ເປັນຮູບປະທຳ ໂດຍສະເພາະ ຜົນການຢ້ຽມຢາມ ແລະ ການເຊັນບົດບັນທຶກການຮ່ວມມືກັບ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ; ພ້ອມທັງ ກະກຽມຄວາມພ້ອມການເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳລາວເຮົາ ຕາມແຜນການ ໂດຍສະເພາະ ກຽມເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມອາຊຽນ ປີ 2024 ທີ່ຕ້ອງນໍາສະເໜີຕໍ່ກອງປະຊຸມ ໃນເດືອນກັນຍາ 2023 ນີ້. ພ້ອມນັ້ນ, ກໍເອົາໃຈໃສ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການເພື່ອຮັບມື ແຕ່ຫົວທີ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມ ຄັ້ງນີ້ ຜັນຂະຫຍາຍເປັນແຜນລະອຽດຂອງຂະແໜງການຕົນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ໃຫ້ຈະແຈ້ງ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ. ຄຽງຄູ່ກັນ ກໍ່ຮຽກຮ້ອງບັນດາແຂວງ ຍົກສູງຄວາມເປັນເຈົ້າການຂຶ້ນກ່ວາເກົ່າໃນການພັດທະນາທ້ອງຖິ່ນຕົນ ໃຫ້ຮັບປະກັນຄວາມປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ມີບັນຍາກາດ ແລະ ມີການຫັນປ່ຽນທີ່ຕັ້ງໜ້າ ຢ່າງແທ້ຈິງ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments