Saturday, September 21, 2024
Homeຂ່າວຕ່າງປະເທດພິທີສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ພິທີສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ – ຈີນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ ປັກກິງ ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ – ຈີນ (18 ມັງກອນ 1950 – 18 ມັງກອນ 2023).

ຂ່າວລະບຸວ່າ: ໃນພິທີ, ທ່ານ ຟ້າມ ຊາວ ມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ – ຈີນ ກ່ອນນີ້ 73 ປີ, ຕີລາຄາສູງໝາກຜົນການຮ່ວມມືສຳຄັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນການໄປຢ້ຽມຢາມ ຈີນ ຢ່າງເປັນທາງການຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເມື່ອເດືອນພະຈິກ 2022 ຊຶ່ງໄດ້ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ຈີນ ແຂງແຮງ ແລະ ເລິກເຊິ່ງຂຶ້ນຕື່ມ.

ທ່ານ ຟ້າມ ຊາວ ມາຍ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບພັກ, ລັດ ແລະ ປະຊາຊົນ ຈີນ. ທ່ານສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ, ຄວບຄຸມ ແລະ ແກ້ໄຂບັນຫາຢ່າງສົມເຫດສົມຜົນ ບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ປະກອບ ສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments