Sunday, September 22, 2024
Homeແຈ້ງການສໍາຄັນເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນ 2.7 ຣີກເຕີ

ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນ 2.7 ຣີກເຕີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບ ເຂດທົ່ວປະເທດ ຄັ້ງວັນທີ 27 ກຸມພາ 2023 ເວລາ 00:19 ໂມງ ໄດ້ພົບສັນ ຍານເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງ ເສັ້ນຂະໜານທີ່ 19.374 ອົງສາເໜືອ ແລະ ເສັ້ນແວງທີ່ 101.356 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ເຊິ່ງມີ ຄວາມເລິກຈາກເທິງໜ້າດິນປະມານ 04 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານດອຍກາວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 12 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments