Wednesday, September 25, 2024
Homeແຈ້ງການສໍາຄັນປະກາດລາຍຊື່ຜູ້ໄດ້ຮັບລາງວັນງານແຂ່ງຂັນການອອກແບບສາກົນ ວ່າດ້ວຍ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ປີ 2022

ປະກາດລາຍຊື່ຜູ້ໄດ້ຮັບລາງວັນງານແຂ່ງຂັນການອອກແບບສາກົນ ວ່າດ້ວຍ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ປີ 2022

ລາຍຊື່ຜູ້ໂຊກດີໄດ້ຮັບລາງວັນ “ງານແຂ່ງຂັນການອອກແບບສາກົນ ວ່າດ້ວຍການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງປີ 2022” ໄດ້ປະກາດຢ່າງເປັນທາງການເມື່ອບໍ່ດົນມານີ້. ງານແຂ່ງຂັນການອອກແບບສາກົນ ວ່າດ້ວຍການຮ່ວມມືແມ່ລ້ານຊ້າງ-ແມ່ນ້ຳຂອງ ເປັນການແຂ່ງຂັນການອອກແບບລະດັບສາກົນ ທີ່ສະໜັບສະໜຸນໂດຍກອງທຶນສະເພາະແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງກະຊວງການຕ່າງປະເທດຈີນ ແລະ ຮ່ວມຈັດຕັ້ງປະຕິບັດໂດຍອົງການຕ່າງໆເຊັ່ນ: ສູນຈັດພິມຈໍາໜ່າຍໜັງສືຕ່າງປະເທດແຫ່ງປະເທດຈີນ (ສູນພັດທະນາການເຜີຍແຜ່ສາກົນ), ອົງການຮ່ວມມືດ້ານໄມ້ໄຜ່ ແລະ ຫວາຍສາກົນ (INBAR), ວິທະຍາຄານສິລະປະສູນກາງ, ມະຫາວິທະຍາໄລຢຸນນານ, ສູນເຜີຍແຜ່ສາກົນພາກພື້ນອາຊີໃຕ້-ອາຊີອາຄະເນແຂວງຢຸນນານ ແລະ ມະຫາວິທະຍາໄລກຸງເທບປະເທດໄທ, ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລລາດຊະພະນົມເປັນປະເທດກໍາປູເຈຍ ແລະ ອື່ນໆ, ປັດຈຸບັນໄດ້ພັດທະນາກາຍເປັນກິດຈະກໍາສິລະປະ ລັກສະນະສາກົນທີ່ຂ້ອນຂ້າງມີອິດທິພົນສູງໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ການແຂ່ງຂັນຄັ້ງນີ້ປະກອບມີ 2 ພາກສ່ວນຄື: ການອອກແບບໂປສເຕີ, ການສານໄມ້ໄຜ່ ແລະ ຫວາຍ, ຜົນງານທີ່ເຂົ້າຮ່ວມການແຂ່ງຂັນແມ່ນມາຈາກ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ລວມທັງໝົດເຖິງ 1.000 ຜົນງານ. ໂດຍຜ່ານການຄັດເລືອກ, ປະກົດວ່າ ລາງວັນທີໜຶ່ງມີ 2 ລາຍການ, ລາງວັນທີສອງມີ 10 ລາຍການ, ລາງວັນທີສາມມີ 20 ລາຍການ, ຜົນງານດີເດັ່ນມີ 60 ລາຍການ. ລາຍລະອຽດຂອງລາຍຊື່ທີ່ໄດ້ຮັບລາງວັນສາມາດເຂົ້າເບິ່ງໃນເວັບໄຊທາງການຂອງການແຂ່ງຂັນ (www.lmcda.org.cn) ແລະ ບັນຊີທາງການວິແຊັດ ເພື່ອເບິ່ງຂໍ້ມູນທີ່ກ່ຽວຂ້ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments