Wednesday, September 25, 2024
Homeຂ່າວຕ່າງປະເທດອາຊຽນ-ສປ ຈີນ ປັບປຸງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ

ອາຊຽນ-ສປ ຈີນ ປັບປຸງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,ການພົວພັນ ລະຫວ່າງ ອາຊຽນ ແລະ ສປ ຈີນ ໄດ້ປັບປຸງ​ ການ​ພົວພັນ ຄູ່​ຮ່ວມ​ມື ຍຸດ​ທະ​ສາດ ຮອບດ້ານ ບົນພື້ນ ຖານ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ. ພາຍຫລັງ ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ໄດ້ພົບປະກັບ ທ່ານ Qin Gang, ລັດຖະມົນຕີ ​ກະຊວງ​ ການ​ຕ່າງ ປະ​ເທດ ສປ ຈີນ ​ໃນ​ວັນ​ທີ 22 ກຸມພານີ້, ຢູ່ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ. ຂະນະ​ທີ່ ສປ ຈີນ ຈະສືບຕໍ່ຖື ອາຊຽນ ເປັນບຸລິມະສິດໜຶ່ງ ໃນນະໂຍບາຍ ການຕ່າງ ປະເທດ ບ້ານໃກ້ ເຮືອນຄຽງ, ເດັດດ່ຽວ ສະໜັບ ສະໜູນ ຄວາມເປັນ ເອກະພາບຂອງ ອາຊຽນ ແລະ ສ້າງປະຊາຄົມ ອາຊຽນ, ປັບປຸງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສອງຝ່າຍ ​ໃຫ້​ແໜ້ນ​ແຟ້ນ ຍິ່ງ​ຂຶ້ນ ​ໃນ​ໄລຍະ​ໃໝ່ ​ເນື່ອງ​ຈາກ ອາຊຽນ ແມ່ນໜຶ່ງ ໃນບັນດາ ອົງການ ຮ່ວມມື ພາກພື້ນ ທີ່ປະສົບ ຜົນສຳເລັດ ທີ່ສຸດ ແລະ ມີທີ່ຕັ້ງ ນັບມື້ ນັບສຳຄັນ ໃນສະພາບ ການໂລກ, ພາກພື້ນ ພວມມີ ການປ່ຽນແປງ ຢ່າງເລິກເຊິ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments