Tuesday, September 24, 2024
Homeຂ່າວໜ້າໜຶ່ງສະຫລອງ ວັນຊາດບຣູໄນ ດາຣູຊາລາມ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ບຣູໄນ

ສະຫລອງ ວັນຊາດບຣູໄນ ດາຣູຊາລາມ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ບຣູໄນ

ສະຖານເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ສະ ເຫລີມສະຫລອງວັນຊາດ ບຣູໄນ ດາຣູຊາລາມ ຄົບຮອບ 39 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຄົບຮອບ 30 ໃນວັັນທີ 23 ກຸມພາ 2023, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາອິມ ຊາເລ ເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ມີທ່ານຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ເອກອັກຄະລັດຖະທູດ ນາອິມ ຊາເລ ໄດ້ຂຶ້ນມີຄໍາເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຄວາມເປັນມາຂອງວັນຊາດ ບຣູໄນ ດາຣູຊາລາມ, ພ້ອມທັງໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນເຖິງ ຜົນສໍາເລັດດ້ານຕ່າງໆໃນການພົວພັນຮ່ວມມື ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ຕະຫລອດໄລຍະ 30 ປີຜ່ານມາ.

ໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລືມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດພິທີດັ່ງກ່າວ ຂອງສະຖານເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ບຣູໄນ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 27 ກໍລະ ກົດ 1993, ຕະຫລອດໄລຍະ 30 ປີຜ່ານມາ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນດ້ານຕ່າງໆ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຢ່າງເປັນປົກກະຕິ ລວມເຖິງການພົວພັນລະຫວ່າງປະ ຊາຊົນສອງຊາດ, ການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ອັນເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງສອງລັດຖະບານ ກໍຄື ປະຊາຊົນສອງຊາດ, ພິເສດແມ່ນການຢ້ຽມຢາມລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໃນທ້າຍປີ 2022, ເຊິ່ງເປັນການຢັ້ງຢືນຄືນຄວາມປາຖະໜາພັດທະນາການຮ່ວມມືລະຫວ່າງສອງປະເທດ ໃຫ້ກ້າວສູ່ລວງເລິກກວ່າເກົ່າ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ແກ່ ສປປ ລາວ ຕະຫລອດມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມເຖິງການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ຜ່ານມາ ແລະ ອື່ນໆ. ພ້ອມນີ້, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ບຣູໄນ ສືບຕໍ່ໄດ້ຮັບການພັດທະນາເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments