Monday, September 23, 2024
Homeຂ່າວຕ່າງປະເທດຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງເສດຖະກິດດີຈີຕອນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ

ຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງເສດຖະກິດດີຈີຕອນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ

ຂ່າວສານຊີອາໄອລາຍງານ ໃນຊຸ່ມປີມໍ່ໆມານີ້, ເສດຖະກິດດີຈີຕອນພວມກາຍເປັນພະລັງແຮງສຳຄັນໃນການປະກອບເປັນຊັບພະຍາກອນປັດໄຈຂອງໂລກຄືນໃໝ່, ການສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ແລະ ປ່ຽນແປງສະຖານະພາບດ້ານການແຂ່ງຂັນຢູ່ໃນໂລກ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ກ່າວເນັ້ນໜັກໃນບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນວ່າ: ຄວນເລັ່ງພັດທະນາເສດຖະກິດດີຈີຕອນ, ຊຸກຍູ້ໃຫ້ເສດຖະກິດດີຈີຕອນເຊື່ອມໂຍງເຂົ້າກັບເສດຖະກິດຮູບປະທຳຢ່າງເລິກເຊິ່ງ.

ເສດຖະກິດດີຈີຕອນມີຜົນສະທ້ອນໄປຕາມຂະໜາດຢ່າງພົ້ນເດັ່ນຄື: ຕະຫຼາດມີຂະໜາດໃຫຍ່ຂຶ້ນ, ສະພາບການນຳໃຊ້ເສດຖະກິດດີຈີຕອນຍິ່ງສົມບູນກໍຍິ່ງຈະສາມາດຊຸກຍູ້ໃຫ້ເສດຖະກິດດີຈີຕອນພັດທະນາໄປຢ່າງວ່ອງໄວ. ປັດຈຸບັນ, ຈີນພວມເສີມຂະຫຍາຍທ່າແຮງຂອງຕະຫຼາດພາຍໃນທີ່ມີຂະໜາດໃຫຍ່, ປິ່ນອ້ອມການຫັນອຸດສາຫະກຳເປັນດີຈີຕອນ ແລະ ການສ້າງດີຈີຕອນເປັນອຸດສາຫະກຳ, ລົງເລິກຊຸກຍູ້ເສດຖະກິດດີຈີຕອນກັບເສດຖະກິດຮູບປະທຳໃຫ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ພ້ອມທັງປະຕິບັດການປັບປຸງຂົງເຂດຕ່າງໆໃຫ້ຫັນເປັນດີຈີຕອນເຊັ່ນ: ຂະແໜງການອຸດສາຫະກຳການຜະລິດ, ຂະແໜງການບໍລິການ, ກະສິກຳ ແລະ ອື່ນໆ ຕັ້ງໜ້າບຸກເບີກຂົງເຂດນຳໃຊ້ເສດຖະກິດດີຈີຕອນ ເພື່ອຂະຫຍາຍຜົນສະທ້ອນຂອງເສດຖະກິດດີຈີຕອນໃຫ້ເພີ່ມຂຶ້ນຫຼາຍເທົ່າ. ຈຸດພິເສດສຳຄັນອັນໜຶ່ງຂອງເສດຖະກິດດີຈີຕອນແມ່ນການເປີດກວ້າງ ແລະ ຊົມໃຊ້ຮ່ວມກັນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: ຈະຮ່ວມແຮງສ້າງສະພາບແວດລ້ອມພັດທະນາເສດຖະກິດດີຈີຕອນທີ່ເປີດກວ້າງ, ກວມລວມ, ຍຸຕິທຳ, ທ່ຽງທຳ ແລະ ບໍ່ມີການຈຳແນກ, ຈະຊຸກຍູ້ການຮ່ວມມືສາກົນໃນດ້ານການສ້າງດີຈີຕອນເປັນອຸດສາຫະກຳ ແລະ ການຫັນອຸດສາຫະກຳເປັນດີຈີຕອນ ເພື່ອຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງເສດຖະກິດດີຈີຕອນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດດີຈີຕອນ. ອີກດ້ານໜຶ່ງ, ໃນຂະບວນການຊຸກຍູ້ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງໃຫ້ພັດທະນາດ້ວຍຄຸນນະພາບສູງ, ຈີນຈະເລັ່ງຊຸກຍູ້ການເຊື່ອມຈອດກັນກັບສິ່ງກໍ່ສ້າງພື້ນຖານໂຄງລ່າງແບບໃໝ່ຂອງປະເທດຕ່າງໆທີ່ຢູ່ລຽບຕາມເສັ້ນທາງ, ຕັ້ງໜ້າເຂົ້າຮ່ວມການຮ່ວມມືກັນໃນດ້ານຄົ້ນຄວ້າພັດທະນາເຕັກນິກສຳຄັນຂອງເສດຖະກິດດີຈີຕອນ, ພະຍາຍາມຍົກສູງບົດບາດອິດທິພົນຂອງຈີນໃນການວາງມາດຕະຖານກ່ຽວກັບເຕັກນິກດີຈີຕອນຕາມລະບຽບແບບແຜນ. ນອກຈາກນີ້, ຈະນຳໃຊ້ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ກອງປະຊຸມອິນເຕີເນັດໂລກ ແລະ ເວທີສົນທະນາອື່ນໆໃຫ້ດີ, ດຳເນີນການຮ່ວມມືທີ່ມີຫຼາຍລະດັບ ແລະ ຕິດແທດຕົວຈິງໃນຂົງເຂດດີຈີຕອນກັບປະເທດຕ່າງໆຢູ່ໃນໂລກ, ປົກປັກຮັກສາ ແລະ ປັບປຸງກົນໄກບໍລິຫານເສດຖະກິດດີຈີຕອນຫຼາຍຝ່າຍໃຫ້ດີຂຶ້ນຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments