Monday, September 23, 2024
Homeທຸລະກິດຢາງພາລາ ແລະ ອ້ອຍ ເປັນສິນຄ້າສົ່ງອອກຫຼັກຂອງເມືອງນາໝໍ້

ຢາງພາລາ ແລະ ອ້ອຍ ເປັນສິນຄ້າສົ່ງອອກຫຼັກຂອງເມືອງນາໝໍ້

ເມືອງນາໝໍ້ ຕັ້ງຢູ່ທິດເໜືອຂອງແຂວງອຸດົມໄຊ ມີເນື້ອທີ່ 1.921 ກິໂລຕາແມັດ, ມີຊາຍແດນຕິດກັບ ສປ ຈີນ ເປັນເມືອງພູດອຍ ກວມ 87%, ປະກອບມີ 11 ຊົນເຜົ່າ ແຕ່ລະຊົນເຜົ່າມີພາສາການປາກເວົ້າ ແລະການເຊື່ອຖືທີ່ແຕກຕ່າງກັນ, ມີທັງໝົດ 63 ບ້ານ, 9 ກຸ່ມບ້ານ, ມີ 4 ບ້ານໃຫຍ່, ມີ 7.973 ຄົວເຮືອນ, ພົນລະເມືອງລວມ 45.228 ຄົນຍິງ 22.308 ຄົນ, ປະຊາກອນ 80% ແມ່ນຢຶດຖືການຜະລິດກະສິກໍາເປັນຕົ້ນຕໍ.

ຈາກສະພາບ ທີ່ຕັ້ງ ແລະ ຈຸດພິເສດຂອງເມືອງ, ເມືອງນາໝໍ້ຈຶ່ງໄດ້ຖືເອົາການຜະລິດ ກະສິກຳ ຕິດພັນກັບການສົ່ງອອກເປັນສິນຄ້າຫຼັກຂອງເມືອງ ຊຶ່ງທົ່ວເມືອງມີເນື້ອທີ່ປູກເຂົ້າ 5.253,32 ເຮັກຕາ, ຜົນຜະລິດ 15.280 ໂຕນ, ເນື້ອທີ່ປູກພືດດ້ານສະບຽງອາຫານຕ່າງໆລວມມີ 1.006,50 ເຮັກຕາ, ຜົນຜະລິດ 3.864 ໂຕນ, ສັດລ້ຽງປະເພດຕ່າງໆມີທັງໝົດ 87.405 ໂຕ; ການປູກພືດເປັນສິນຄ້າປະເພດຕ່າງໆມີທັງໝົດ 6.132,64 ເຮັກຕາ, ຜົນຜະລິດ 75.159,71 ໂຕນ. ເດັ່ນກວ່າໝູ່ ແມ່ນການປູກຢາງພາລາ ແລະ ການປູກອ້ອຍ. ນອກນັ້ນ ຍັງມີໝາກໂມ, ຖົ່ວເບີ, ໝາກອຶ ໂດຍການລົງທຶນຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

ເມືອງນາໝໍ້ມີເນື້ອທີ່ປູກຢາງພາລາທັງໝົດ 4.389,73 ເຮັກຕາ, ຜົນຜະລິດນໍ້າຢາງໄດ້ 6.232 ໂຕນຕໍ່ປີ, ສາມາດສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໄດ້ປະມານ 60 ຕື້ກວ່າກີບ ໃນນີ້ ເດັ່ນກ່ວາໝູ່ແມ່ນ ກຸ່ມບ້ານປາງທອງ ໃນປີ 2022 ຜ່ານມາ ສະເພາະ ບ້ານປາງທອງ ມີເນື້ອທີ່ປູກຢາງພາລາ 264 ເຮັກຕາ, ສາມາດຜະລິດນໍ້າຢາງໄດ້ 529,8 ໂຕນ, ສ້າງລາຍຮັບພາຍໃນບ້ານໄດ້ 5,6 ຕື້ກວ່າກີບ. ສຳລັບການປູກອ້ອຍ ແມ່ນໄດ້ເລີ່ມປູກ ແຕ່ສົກປີ 1996-1997 ເບື້ອງຕົ້ນແມ່ນປູກຢູ່ 2 ກຸ່ມບ້ານ ຄື: ກຸ່ມບ້ານຂວາງຄຳ ແລະ ກຸ່ມບ້ານນໍ້າເງິນ ຈໍານວນ 7 ບ້ານ, ເນື້ອທີ່ປະມານ 300 ກ່ວາເຮັກຕາ ໂດຍຖືເປັນກິດຈະກໍາໜຶ່ງຂອງວຽກງານພືດທົດແທນການປູກຝິ່ນຂອງການຮ່ວມມື ລະຫ່ວາງ ລາວ-ຈີນ ຕາມເຂດຊາຍແດນ ສປປ ລາວ ແລະ ສປ ຈີນ ຜົນຜະລິດແມ່ນສົ່ງເປັນວັດຖຸດິບເຂົ້າປ້ອນໂຮງງານນໍ້າຕານ ຢູ່ ສປ ຈີນ. ມາຮອດປີ 2015-2016 ໄດ້ຂະຫຍາຍຕື່ມ 4 ບ້ານ ຄື: ບ້ານຕືກາ, ເພຍໄມ້ໃຫຍ່, ເພຍໄມ້ນ້ອຍ ແລະ ບ້ານສະປື ລວມມີ 160 ຄອບຄົວ.

ມາຮອດສົກປີ 2022-2023 ຂະຫຍາຍການປູກເພີ່ມເປັນ 4 ກຸ່ມບ້ານ ຄື: ກຸ່ມບ້ານນາທົ່ງ, ກຸ່ມນໍ້າເງິນ, ກຸ່ມບ້ານຂວາງ ແລະ ກຸ່ມບ້ານປາງສາ ຈໍານວນ 15 ບ້ານ, ມີ 959 ຄອບຄົວ, ເນື້ອທີ່ປູກອ້ອຍສະສົມທັງໝົດ 1.193 ເຮັກຕາ, ເນື້ອທີ່ຂະຫຍາຍໃໝ່349 ເຮັກຕາ ທຽບໃສ່ປີ 2016 ເນື້ອທີ່ປູກເພີ່ມຂຶ້ນ 1.088 ເຮັກຕາ, ປີ 2021 ຜ່ານມາສາມາດຕັດອ້ອຍສົ່ງອອກ ຈໍານວນ 44.000 ໂຕນ, ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ດີສົມຄວນ.

ປະຊາຊົນ ບ້ານຂວາງ ແມ່ນໜຶ່ງໃນຈຳນວນ 15 ບ້ານ ທີ່ປູກອ້ອຍເປັນສິນຄ້າສົ່ງອອກໄປ ສປ ຈີນ ແຕ່ລະປີແມ່ນເລີ່ມແຕ່ ເດືອນພະຈິກ ເຖິງ ເດືອນພຶດສະພາ ຊາວບ້ານຈະເລີ່ມເກັບກູ້ຜົນຜະລິດອ້ອຍ ໂດຍຈະມີບໍລິສັດທີ່ມາລົງທຶນໃນການປູກເປັນຜູ້ມາເກັບຊື້ຢູ່ກັບທີ່ ມາຮອດປັດຈຸບັນ ປະຊາຊົນບ້ານເປົ້າໝາຍ ມີວຽກເຮັດງານທໍາ ມີລາຍຮັບສູງຈາກການຂາຍອ້ອຍ.

ນອກຈາກການປູກຢາງພາລາ ແລະ ປູກອ້ອຍ ເພື່ອສົ່ງອອກຂາຍຕ່າງປະເທດແລ້ວ ປະຊາຊົນພາຍໃນເມືອງນາໝໍ້ ຫຼາຍຂົງເຂດຍັງສຸມໃສ່ການປູກພືດລົ້ມລຸກຕາມລະດູການ ແລະ ລ້ຽງສັດປະເພດຕ່າງໆ ເພື່ອເປັນສິນຄ້າສະໜອງໃຫ້ແກ່ຕະຫຼາດພາຍໃນເມືອງ ກໍຄື ແຂວງອຸດົມໄຊ ເປັນຕົ້ນແມ່ນ ການປູກຜັກ ແລະ ການລ້ຽງປາ ຂອງປະຊາຊົນ ຢູ່ບ້ານນາທົ່ງ, ບ້ານນ້ຳວຶນ; ການລ້ຽງງົວຂອງປະຊາຊົນ ຢູ່ ບ້ານນາຖົ່ວ; ການປູກໝາກຖົ່ວບ້ານນາໝໍ້ໃຕ້ ແລະ ບ້ານປາງສາ; ການປູກໝາກອຶ ຂອງປະຊາຊົນ ຢູ່ ບ້ານນາສະຫວ່າງ ແລະ ເຂດອື່ນໆ ຕື່ມອີກ.

ສັງລວມແລ້ວເຖິງວ່າປະຊາຊົນຈະປູກພືດຜັກຫຼາຍຊະນິດກໍຕາມແຕ່ສິນຄ້າສົ່ງອອກຫຼັກຂອງເມືອງນາໝໍ້ຍັງແມ່ນຢາງພາລາແລະອ້ອຍເນື່ອງຈາກຕະຫຼາດຈີນມີຄວາມຕ້ອງການ ຈຶ່ງມີບໍລິສັດເຂົ້າມາສົ່ງເສີມປະຊາຊົນປູກຢ່າງກວ້າງຂວາງ ຕາມທ່າແຮງຂອງທ້ອງຖິ່ນ.

ໂດຍ: ໄມພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments