Monday, September 23, 2024
Homeຂ່າວພາຍໃນວາງສີລາລືກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ຢູ່ນະຄອນປາກເຊ

ວາງສີລາລືກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ຢູ່ນະຄອນປາກເຊ

ພິທີວາງສີລາລືກໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນແບບບໍ່ລວມສູນ ແລະ ບໍາບັດຂີ້ຕະເລດອາຈົມຢູ່ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ໂຄງການສ້າງຄວາມອາດສາມາດໃນການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອສໍາລັບປັບປຸງສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 22 ກຸມພາຜ່ານມາທີ່ບ້ານປາກເຊ ນະຄອນປາກເຊໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)ມີທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານນາງ ມຽນ ຈີນ ຄີມ ຫົວໜ້າອົງການຮ່ວມມືສາກົນ KOICA ສເກົາຫຼີ ປະຈໍາລາວ, ທ່ານ ໂຣວັນ ເຟຣເຊີ ຫົວໜ້າຫ້ອງການສະຖາບັນເຕີບໂຕສີຂຽວປະຈໍາ ລາວ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນສະແຫວງ ອຸດທະຈັກ ຮອງຫົວໜ້າກົມນໍ້າປະປາ ກະຊວງ ຍທຂ ກ່າວວ່າ: ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ KOICAມູນຄ່າທັງໝົດ 6,78 ລ້ານໂດລາ, ໄລຍະການຈັດຕັ້ງປະຕິບັດໂຄງການນັບແຕ່ປີ 2019-2023 (ໄລຍະເວລາ 3 ປີ 9 ເດືອນ) ເພື່ອເສີມສ້າງຄວາມອາດສາມາດໃນການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມຕົວເມືອງ ທັງປັບປຸງຄວາມອາດສາມາດໃຫ້ແກ່ກົມນໍ້າປະປາ ກະຊວງ ຍທຂ, ອົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ໃນການຄຸ້ມຄອງ ແລະ ພັດທະນາວຽກງານສຸຂາພິບານໃຫ້ກາຍເປັນຕົວເມືອງສີຂຽວ; ປັບປຸງການເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ການຫັນເອົາຂີ້ເຫຍື້ອໃຫ້ກາຍເປັນທຸລະກິດ; ປັບປຸງການເຂົ້າເຖິງການບໍລິການ ແລະ ການຄຸ້ມຄອງວຽກງານສຸຂາພິບານ ໂດຍສະເພາະແມ່ນການບໍາບັດນໍ້າເປື້ອນ ຊຶ່ງວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ແລະ ລະບົບບໍາບັດຂີ້ຕະເລດ ແມ່ນກິດຈະກໍາໜຶ່ງຂອງໂຄງການ ໂດຍແມ່ນສະຖາບັນເຕີບໂຕສີຂຽວສາກົນ ເປັນຜູ້ຈັດຕັ້ງປະຕິບັດຊຶ່ງກົມນໍ້າປະປາ ກະຊວງ ຍທຂ ເປັນຜູ້ຄຸ້ມຄອງ. ງົບປະມານສໍາລັບວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ແລະ ລະບົບບໍາບັດຂີ້ຕະເລດຢູ່ນະຄອນປາກເຊ ມີມູນຄ່າ 1.048.524 ໂດລາ.

ທ່ານກ່າວຕື່ມວ່າ:ຂອບເຂດ ແລະ ໜ້າວຽກຂອງໂຄງການປະກອບມີ 5 ບ້ານ ຊຶ່ງມີລະບົບບໍາບັດນໍ້າເປື້ອນແບບບໍ່ລວມສູນ 4 ຈຸດຄື: ຈຸດບ້ານປາກເຊ-ບ້ານທົ່ງ; ຈຸດບ້ານໂພນກຸງ-ຮ່ອງຂະຍອມ; ຈຸດຕະຫຼາດດາວເຮືອງ ແລະ ຈຸດບ້ານພະບາດ ກວມເອົາປະຊາກອນໃນພື້ນທີ່ 9 ພັນກວ່າຄົນ ແລະ ມີໂຮງງານບໍາບັດຂີ້ຕະເລດ 1 ໂຮງງານ, ມີຄວາມອາດສາມາດບໍາບັດນໍ້າເປື້ອນ 770 ແມັດກ້ອນ/ວັນ. ສ່ວນຂອບເຂດວຽກລາຍລະອຽດມີການກໍ່ສ້າງ-ຕິດຕັ້ງລະບົບທໍ່, ລະບົບໄຟຟ້າ ແລະ ອື່ນໆ, ກໍ່ສ້າງໂຮງງານບໍາບັດຂີ້ຕະເລດຢູ່ສະໜາມຂີ້ເຫຍື້ອຫຼັກ 17. ທັງນີ້ເພື່ອເຮັດໃຫ້ນໍ້າເປື້ອນໃນຕົວເມືອງ ແລະ ຊຸມຊົນໄດ້ຖືກບໍາບັດ 50% ໃນທົ່ວປະເທດໃນປີ 2030, ເພື່ອບັນລຸຈຸດປະສົງຂອງການພັດທະນາແບບຍືນຍົງ, ເພື່ອປັບປຸງສະພາບແວດລ້ອມໃນຕົວເມືອງ ເຮັດໃຫ້ຕົວເມືອງມີຄວາມສະອາດງາມຕາ ປາສະຈາກກິ່ນເໝັນ ແລະ ຫຼຸດຜ່ອນເຊື້ອພະຍາດທີ່ເກີດຈາກນໍ້າເປື້ອນເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທີ່ອາໄສຢູ່ໃນຕົວເມືອງໃຫ້ດີຂຶ້ນ. ໃນພິທີຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ວາງສີລາລືກ ເພື່ອເປັນສັນຍາລັກຂອງການຈັດຕັ້ງປະຕິບັດໂຄງການ.

ຂ່າວ-ພາບ: ທູນທອງໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments