Saturday, September 21, 2024
Homeຂ່າວໜ້າໜຶ່ງກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

ກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຂຶ້ນໃນວັນທີ 22 ກຸມພາ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕິກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະປະຈໍາພັກກະຊວງ,ຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ຂຶ້ນເຜີຍແຜ່ເອກະສານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025; ເອກະສານໂອ້ລົມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ; ເຜີຍແຜ່ມະຕິວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V; ເຜີຍແຜ່ເອກະສານຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ເຂົ້າໃນຊີວິດສັງຄົມຕົວຈິງ.ວຽກງານການເມືອງ-ແນວຄິດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ຂອງວຽກງານກໍ່ສ້າງພັກ; ການເພີ່ມທະວີ ວຽກງານການເມືອງ-ແນວຄິດ ປະກອບສ່ວນສ້າງຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທໍາ, ຄວາມເຊື່ອໝັ້ນ ແລະ ນໍ້າໃຈຟົດຟື້ນປະຕິວັດ ຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ໃຫ້ເປັນກຳລັງແຮງສັງລວມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວສູ່ຈຸດໝາຍສັງຄົມນິຍົມ. ໃນໄລຍະຜ່ານມາ ພັກເຮົາໄດ້ໃຫ້ຄວາມສໍາຄັນ ຕໍ່ກັບວຽກງານການເມືອງ-ແນວຄິດ, ນຳພາເຮັດວຽກການເມືອງ-ແນວຄິດ ດ້ວຍຫຼາຍເນື້ອໃນ-ຮູບການ ສອດຄ່ອງກັບແຕ່ລະໄລຍະ, ແຕ່ລະເປົ້າໝາຍ, ໄດ້ຈັດຕັ້ງຮ່ຳຮຽນບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງຂອງພັກ, ນະໂຍບາຍ-ກົດໝາຍຂອງລັດ, ມູນເຊື້ອຂອງຊາດຂອງພັກ ໃຫ້ ແກ່ພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີສະຕິຊາດ ສະຕິຕື່ນຕົວເປັນເຈົ້າຕົນເອງ, ເຊື່ອໝັ້ນອຸດົມການຂອງພັກ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດທີ່ຖືກຕ້ອງ. ບົນພື້ນຖານທັດສະນະຊີ້ນຳຂອງພັກ, ການຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະຜ່ານມາ ໄດ້ມີຜົນສຳເລັດເປັນກ້າວໆ, ການຄົ້ນຄວ້າທາງດ້ານທິດສະດີ, ການບູລະນະແນວທາງ ການເມືອງຂອງພັກ ແລະ ການຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກໄດ້ປະຕິບັດຢ່າງຕໍ່ເນື່ອງ, ການຜັນຂະຫຍາຍເຂົ້າສູ່ຕົວຈິງໄດ້ປະຕິບັດຢ່າງຕັ້ງໜ້າ, ການປົກປ້ອງແນວຄິດທິດສະດີຂອງພັກ ໄດ້ຢືນຢູ່ໃນລັກສະນະຕໍ່ສູ້, ສາມາດຕອບຕ້ານໄດ້ຖ້ອຍທໍານອງທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ພັກຍັງຮັກສາໄດ້ບົດບາດນຳພາໃນລະບົບການເມືອງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ທາງດ້າວວັດຖຸ ແລະຈິດໃຈ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ແຕ່ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນ ການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳ ເພື່ອຮັບໃຊ້ການນຳພາຂອງພັກ ຍັງພົບຄວາມຫຍຸ້ງຍາກ, ຍັງບໍ່ທັນເຮັດໄດ້ຢ່າງຕໍ່ເນື່ອງ, ລະບົບແນວຄິດທິດສະດີຂອງພັກ ຍັງມີຫຼາຍຢ່າງບໍ່ຈະແຈ້ງ, ການຈັດຕັ້ງເຊື່ອມຊຶມ ຍັງຂາດວັກຂາດຕອນ ແລະ ບໍ່ທັນຫັນເປັນຫຼາຍຮູບແບບ; ການສຶກສາອົບຮົມແນວຄິດທິດສະດີ ຍັງບໍ່ທັນຫັນປ່ຽນຢ່າງຕັ້ງໜ້າ; ການໂຄສະນາ, ປາຖະກະຖາ ແລະປຸກລະດົມແນວຄິດມະຫາຊົນ ຍັງບໍ່ທັນມີຫຼາຍຮູບການ ແລະ ວິທີການທີ່ສອດຄ່ອງ; ກົງຈັກທີ່ເຮັດວຽກງານແນວຄິດທິດສະດີ ຍັງເຄື່ອນໄຫວບໍ່ແຂງແຮງ; ຫາງສຽງສັງຄົມ ຕໍ່ການນຳພາຂອງພັກ ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ ຊຶ່ງໄດ້ສົ່ງຜົນກະທົບເຖິງ ບົດບາດການນຳພາ ແລະ ກຳອຳນາດຂອງພັກ.

ກອງປະຊຸມເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍວຽກງານການເມືອງ-ແນວຄິດຄັ້ງນີ້ ເພື່ອແນໃສ່ໃຫ້ຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ, ຕະຫຼອດຮອດສະມາຊິກພັກ, ພະນັກງານໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ V ຢ່າງເລິກເຊິ່ງ ເພື່ອຍົກສູງນໍ້າໃຈຮັກຊາດ,ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພື່ອສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ-ແນວຄິດ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ່າວ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments