Tuesday, September 24, 2024
Homeຂ່າວໜ້າໜຶ່ງຄຕພ ລາວ-ຫວຽດນາມ ພົບປະສອງຝ່າຍ

ຄຕພ ລາວ-ຫວຽດນາມ ພົບປະສອງຝ່າຍ

ໃນໂອກາດທີ່ ຄະນະຜູ້ແທນຂັ້ນສູງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນຕອນເຊົ້າຂອງວັນທີ 22 ກຸມພານີ້ທີ່ ຄະນະພົວພັນການຕ່າງປະເທດ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບ ສະຫາຍ ເລຮວາຍຈູງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍຄະນະ, ສອງຝ່າຍໄດ້ຮ່ວກັນຕີລາຄາໝາກຜົນການພົວພັນຮ່ວມມືໃນໄລະຍະຜ່ານມາ ແລະ ກຳນົດທິດທາງໃນຕໍ່ໜ້າ,ຖອດຖອນບົດຮຽນ ແລະ ແລກປ່ຽນທັດສະນະຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນການພົບປະຄັ້ງນີ້ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ເຮວາຍຈຸງ ພ້ອມດ້ວຍຄະນະ, ການຢ້ຽມຢາມຄັ້ງນີ້ເປັນຄັ້ງທຳອິດ ໃນຖານະເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ, ເພື່ອເປັນການຜັນຂະຫຍາຍຂໍ້ຕົກລົງການຮ່ວມມືສອງຝ່າຍ, ທັງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດລາວ-ຫວຽດນາມກໍຄືຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງຄະນະພົວພັນຕ່າງປະເທດ ຂອງສູນກາງພັກ ລາວ-ຫວຽດນາມ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແຈ້ງໃຫ້ຊາບວ່າ: ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາສູງການປະສານສົມທົບຢ່າງແໜ້ນແຟ້ນໃນການເປັນເສນາທິການໃຫ້ແກ່ສອງສູນກາງພັກລາວ-ຫວຽດນາມ ໃນການກະກຽມແກ່ການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ, ການປະສານສົມທົບໃນການຈັດຕັ້ງກິດຈະກຳການເຄື່ອນໄຫວ ສະເຫຼີມສະຫຼອງປີສາມັກມິດຕະພາບລາວ-ຫວຽດນາມ, ການຈັດຊຸດບຳລຸງສ້າງໃຫ້ແກ່ພະນັກງານຂັ້ນຕ່າງໆ ຂອງລາວ, ການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ, ການຖອດຖອນບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

ສອງຝ່າຍສືບຕໍ່ຮັກສາກົນໄກການຢ້ຽມຢາມ ແລກປ່ຽນຄະນະຜູ້ແທນຂັ້ນສູງຊຶ່ງກັນແລະກັນ, ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງການຮ່ວມມືສອງຝ່າຍໃນປີ 2021-2025 ສືບຕໍ່ຮັກສາກົນໄກການຢ້ຽມຢາມ ແລະ ແລກປ່ຽນບົດຮຽນແລະສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈນຳກັນເປັນເຈົ້າການໃນການຕິດຕາມກວດກາ, ແນະນຳ ແລະ ຊຸກຍູ້ບັນດາຄະນະຂອງສູູນກາງພັກ, ກະຊວງ, ຂະແໜງການແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ, ບັນດາຖະແຫຼງການຮ່ວມ, ສັນຍາການຮ່ວມມືໃນແຕ່ລະໄລຍະຂອງສອງລັດຖະບານ, ປະສານສົມທົບໃນວຽກງານບຳລຸງສ້າງພະນັກງານຂັ້ນຕ່າງໆຂອງລາວ ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳອຶ່ນໆເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ນັບກ້າວສູ່ລວງເລິກ ໃນທຸກຂົງເຂດວຽກງານ ແລະ ຂະແໜງການ, ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ນັບຫຼາຍຂຶ້ນເພື່ອປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນສາກົນ.

ຂ່າວ: ພັດ, ພາບ ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments