Tuesday, September 24, 2024
Homeທຸລະກິດເຟສບຸ໊ກ – ໄອຈີ ກຽມເກັບຄ່າຢືນຢັນຕົວຕົນ ແລກເຄື່ອງໝາຍຖືກສີຟ້າ

ເຟສບຸ໊ກ – ໄອຈີ ກຽມເກັບຄ່າຢືນຢັນຕົວຕົນ ແລກເຄື່ອງໝາຍຖືກສີຟ້າ

ຊາວໂຊຊຽວມີເດຍ ຍອມຈ່າຍຫຼື ບໍ? ເມື່ອເຟສບຸ໊ກ ( Facebook) ແລະ ໄອຈີ ( Instagram ) ຈະເປີດບໍລິການເກັບຄ່າຢືນຢັນຕົວຕົນ ( Meta Verified ) ເພື່ອແລກກັບເຄື່ອງໝາຍຖືກສີຟ້າ ເພື່ອເພີ່ມຄວາມໜ້າເຊື່ອຖືໃຫ້ບັນຊີດ້ວຍຍອດ reach, engagement.

ທ່ານ ມາກ ຊັກເກີເບີກ ຜູ້ບໍລິຫານບໍລິສັດເມຕາ ( META ) ຜູ້ໃຫ້ບໍລິການແພຼັດຟອມ ເຟສບຸ໊ກ ແລະ ອິນສະຕາແກຣມ ໄດ້ອະທິບາຍເຖິງການຂໍຮັບສັນຍາລັກເຄື່ອງໝາຍຖືກສີຟ້າ ວ່າເປັນການປັບປຸງເພື່ອຄວາມປອດໄພ ແລະ ຄວາມຖືກຕ້ອງເທິງແອັບໂຊຊຽວມີເດຍ ໂດຍການຈ່າຍຄ່າສະມາຊິກ ເພື່ອຢືນຢັນຕົວຕົນ ຈະເປີດໃຫ້ບໍລິການສະເພາະບັນຊີຜູ້ໃຊ້ງານທີ່ເປັນບຸກຄົນທົ່ວໄປກ່ອນ, ສ່ວນຄ່າບໍລິການລາຍເດືອນສຳລັບຜູ້ໃຊ້ແອນດຣອຍ ແລະ ໜ້າເວັບໄຊ ຢູ່ທີ່ 11,99 ໂດລາສະຫະລັດ, ສຳລັບຜູ້ໃຊ້ iOS ຈະເກັບຄ່າບໍລິການ 14,99 ໂດລາສະຫະລັດ, ສ່ວນການຈ່າຍຄ່າສະມາຊິກ ເພື່ອຢືນຢັນຕົວຕົນ ( Meta Verified ) ຈະເລີ່ມໃຫ້ບໍລິການຢູ່ປະເທດອົດສະຕຣາລີ ແລະ ນິວຊີແລນກ່ອນ, ຫຼັງຈາກນັ້ນ ຈະຂະຫຍາຍໄປຍັງປະເທດຕ່າງໆທົ່ວໂລກ.

ລາຍງານລະບຸວ່າ, ຜູ້ທີ່ສະໝັກບໍລິການ Verified Account ນອກຈາກຈະໄດ້ຮັບເຄື່ອງໝາຍຖືກສີຟ້າ ແລະ ໄດ້ຮັບຄວາມໜ້າເຊື່ອຖືແລ້ວ ຍັງຈະໄດ້ຮັບການເພີ່ມຍອດ reach, engagement ໃນບາງຈຸດ (,) ໄດ້ຮັບ  Exclusive Sicker ສຳລັບໃຊ້ເທິງ Reels, ໄດ້ຮັບ 100 Stars ສຳລັບມອບໃຫ້ເພຈ ຫຼື ຄີເອເຕີ ໃນລະບົບເຟສບຸ້ກໄດ້ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments