Monday, September 23, 2024
Homeຂ່າວພາຍໃນສະຫຼອງວັນປະສູດເຈົ້າຈັກກະພັດນາຣຸຮິໂຕະ

ສະຫຼອງວັນປະສູດເຈົ້າຈັກກະພັດນາຣຸຮິໂຕະ

ພິທີສະເຫຼີມສະຫຼອງວັນຄ້າຍວັນປະສູດຂອງສົມເດັດພະເຈົ້າຈັກກະພັດນາຣຸຮິໂຕະ ຄົບຮອບ 63ພັນສາ ຈັດຂຶ້ນທີ່ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນປະຈຳສປປ ລາວ ໃນວັນທີ 21 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີມີ ທ່ານ ໂຄບະຢະຊິ ເຄັນອິຈິເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ທ່ານ ພຸດ ສິມມາລາວົງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ມີບັນດາລັດຖະມົນຕີ,ຮອງລັດຖະມົນຕີ, ອຸປະທູດ,ທູຕານຸທູດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານທູດ ໄດ້ກ່າວຕ້ອນຮັບແຂກທີ່ເຂົ້າຮ່ວມງານ ແລະ ກ່າວເຖິງສາຍພົວພັນອັນແໜ້ນລະຫວ່າງ ຍີ່ປຸ່ນແລະ ສປປ ລາວ ທີ່ມີມາແຕ່ຍາວນານຫຼາຍປີ,ໂດຍສະເພາະໃນເດືອນມັງກອນທີ່ຜ່ານມາໄດ້ຮ່ວມກັບການນຳຂອງລາວປູກຕົ້ນຊາກຸລະ ທີ່ ສວນມິດຕະພາບ ລາວ-ຍີ່ປຸ່ນ (ສວນຊາກຸລະ)ທີ່ເມືອງວຽງໄຊແຂວງຫົວພັນທີ່ເປັນສັນຍາລັກຊຶ່ງໃນປີ 2023 ແມ່ນປີຄົບຮອບ 50 ປີຂອງກອບການຮ່ວມມື ແລະ ມິດຕະພາບ ຍີ່ປຸ່ນ-ອາຊຽນແລະ ກອງປະຊຸມສຸດຍອດ ພິເສດ ຍີ່ປຸ່ນ-ອາຊຽນ ມີກໍານົດທີ່ຈະຈັດຂຶ້ນທີ່ໂຕກຽວໃນທ້າຍປີ 2023.ທ່ານທູດຍັງໄດ້ກ່າວເຖິງຄໍາໝັ້ນສັນຍາທີ່ຈະຕັ້ງໃຈຈັດຕັ້ງປະຕິບັດໜ້າທີ່ວຽກງານຮ່ວມກັບຜູ້ຕາງໜ້າຈາກຝ່າຍລາວເພື່ອພັດທະນາແລະຍົກລະດັບສາຍພົວພັນອັນດີງາມລະຫວ່າງສອງປະເທດໃຫ້ກ້າວໜ້າຍິ່ງໆຂຶ້ນ.

ໃນງານລ້ຽງຄັ້ງນີ້ບັນດາບໍລິສັດ, ອົງການ NGOs ແລະ ອາສາສະໝັກຊາວໜຸ່ມຍີ່ປຸ່ນ (JOCV) ໄດ້ຮ່ວມເຮັດກິດຈະກໍາເຜີຍແຜ່ຜະລິດຕະພັນຜົນງານ ແລະ ການຮ່ວມມືໃນຂັ້ນທ້ອງຖິ່ນແລະຊຸດປະຈໍາຊາດຂອງຍີ່ປຸ່ນກໍໄດ້ຖືກວາງສະແດງໃນງານ.

ຂ່າວ-ພາບ:ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments