Monday, September 23, 2024
Homeຂ່າວຕ່າງປະເທດລົດໄຟສາຍທຳອິດ ຈາກາຕາ-ບັນດຸງ ຈະເລີ່ມບໍລິການໃນໄລຍະກາງປີນີ້

ລົດໄຟສາຍທຳອິດ ຈາກາຕາ-ບັນດຸງ ຈະເລີ່ມບໍລິການໃນໄລຍະກາງປີນີ້

ຕາມ​ຂ່າວ​ຈາກ China Media Group ວັນທີ21ກຸມພານີ້ ລົດໄຟຄວາມໄວສູງຈາ​ກາ​ຕາ-ບັນ​ດຸ​ງ (Jakarta-Bandung) ເປັນ​ລົດ​ໄຟ​ຄວາມ​ໄວ​ສູງແຫ່ງ​ທຳ​ອິດ​ທີ່​ສ້າງ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ ​ແລະ ​ອາ​ຊຽນ.

ຫລັງ​ຈາກລົງມືກໍ່ສ້າງມາແຕ່ປີ 2018 ຫລ້າສຸດວຽກງານກໍ່ສ້າງສະຖານີ, ຂົວ ແລະ ວຽກ​ງານພື້ນຖານ​ໂຄງ​ລ່າງ ໄດ້ສຳເລັດແລ້ວ ຄາດ​ວ່າ​ເລີ່​ມ​ເປີດ​ໃຫ້ບໍລິການໃນ​ໄລຍະ ກາງປີນີ້. ລົດໄຟດັ່ງກ່າວແລ່ນ​ດ້ວຍ​ຄວາ​ມໄວ​ ສູງ​ສຸດ 350 ກິ​ໂລ​​ແມັດ​ຕໍ່​ຊົ່ວ​ໂມງ ຊ່ວຍ​ຫລຸດຜ່ອນ​ໄລຍະ​​ເວລາ​ເດີນທາງຈາກຈາ​ກາ​ຕາ ​ເຖິງບັນ​ດຸ​ງຈາກ​ຫລາຍ​ກວ່າ 3 ຊົ່ວ​ໂມງ ​ເຫລືອ​ພຽງ 40 ນາທີ​ເທົ່າ​ນັ້ນ.

ສຳລັບ​ການວາງ​ລາງ​ແບບບໍ່​ໃຊ້​ຫີນ​ປູນ​ທາງ (ballastless track) ຕະຫລອດ​ແລວ​ທາງລົດ​ໄຟຄວາມ​ໄວ​ສູງຈາ​ກາ​ຕາ-ບັນ​ດຸ​ງສຳ​ເລັດ​ສົມບູນ. ຂະນະ​ທີ່ການວາງ​ລາງ​ແບບບໍ່​ໃຊ້​ຫີນ​ປູ​ທາງມີ​ຄວາມ​ຍາວ ປະມານ 85 ກິ​ໂລ​ແມັດ ກວມ​ເອົາ 60% ຂອງ​ຄວາມ​ຍາວທາງ​ລົດ​ໄຟ​ທັງ​ໝົດ 142 ກີ​ໂລ​ແມັດ ​ໃຊ້​ແຜ່ນ​ລາງ ຈຳນວນ 30.177​ແຜ່ນ. ການ​ໃຊ້​ແຜ່ນ​ລາງແບບ​ບໍ່​ໃຊ້​ຫີນ​ປູ​ທາງ ​ CRTS III ​​ແມ່ນເຕັກ​ໂນ​ໂລ​ຊີ​ ຂອງ ​ສປ ຈີນ ມີ​ຂໍ້​ດີເປັນ​ໂຄງ​ສ້າງແບບ​ລຽບ​ງ່າຍ​ແຕ່​ທົນ​ທານມີ​ຄວາມ​ປອດ​ໄພສູງສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments