Saturday, September 21, 2024
Homeຂ່າວພາຍໃນແຂວງຫົວພັນເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ແຂວງຫົວພັນເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ວັນທີ 20 ກຸມພາ 2023 ນີ້ ແຂວງຫົວພັນໄດ້ຈັດຕັ້ງເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢູ່ທີ່ຫ້ອງວ່າການແຂວງ ໃຫ້ກຽດຜ່ານເນື້ອໃນເອກະສານໂດຍ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເອກະລາດ ແລະ ເລຂາໜ່ວຍພັກທີ່ຂຶ້ນກັບຮາກຖານພັກເຂົ້າຮ່ວມ.ເອກະສານທີ່ນຳມາເຊື່ອມຊຶມຄັ້ງນີ້ ໄດ້ຜ່ານສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະ 2003-2022 ແລະ ທິດທາງຮອດປີ 2025, ເນື້ອໃນຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງແນວ-ແນວຄິດ ໃນໄລຍະໃໝ່ ເຂົ້າສູ່ຊີວິດຕົວຈິງ, ຜ່ານມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ແລະ ບົດຄຳເຫັນຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ.

ຈຸດປະສົງ ເພື່ອໃຫ້ຄະນະພັກພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ເລຂາຄະນະພັກຮາກຖານ, ຫນ່ວຍພັກເອກະລາດອ້ອມຂ້າງແຂວງ, ອົງຄະນະພັກກອງບັນຊາການ ທະຫານ, ອົງຄະນະພັກກອງບັນຊາການຕໍາຫຼວດ, ຄະນະບໍລິຫານງານພັກເມືອງ, ເລຂາຫນ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມໄດ້ ຮັບຮູ້, ເຂົ້າໃຈ, ກໍາແຫນ້ນເນື້ອໃນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ່ V ຢ່າງເລິກເຊິ່ງ, ຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອສ້າງກຳລັງແຮງ, ແຫ່ງຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ ແລະ ກໍາລັງແຮງການ ປະຕິວັດພາລະກິດຂອງພັກ, ຮັບປະກັນໃຫ້ປະເທດຊາດ ກໍ່ຄືແຂວງຫົວພັນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມຫມັ້ນຄົງ ແລະ ຄວາມສະຫງົບສຸກຂອງສັງຄົມ, ເສດຖະກິດສືບຕໍ່ໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂື້ນ. ເພື່ອໃຫ້ຄະນະພັກແຕ່ລະຂັ້ນ ຜູ້ນໍາພາແຕ່ລະບ່ອນຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດຢູ່ໃນທ່າບຸກ ໂດຍຫັນເອົາການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນ ສັງຄົມຢ່າງກວ້າງຂວາງ ແລະ ທົ່ວເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments