Home ຂ່າວພາຍໃນ ສະມາຄົມຊ່ວຍເຫຼືອເຊີ່ງກັນ ແລະ ກັນເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍຢູ່ພາກເໜືອ

ສະມາຄົມຊ່ວຍເຫຼືອເຊີ່ງກັນ ແລະ ກັນເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍຢູ່ພາກເໜືອ

0
465

ວັນທີ 13 ກຸມພາ 2023 ຜ່ານມານີ້ ສະມາຄົມ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໄດ້ເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍ ທີ່ໂຮງຮຽນປະຖົມສົມບູນ ບ້ານກົກງີ້ວ ນະຄອນຫຼວງພະບາງ ໂດຍມີ ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນຫຼວງພະບາງ, ມີທ່ານ ພອນສະຫວັນ ເສດຖະນະໄພສານ ຕາງໜ້າຂອງຜູ້ໃຫ້ທຶນ, ມີທ່ານ ທອງດຳ ພົງພິຈິດ ຄະນະຮັບຜິດຊອບໂຄງການ CISAC19, ມີບັນດາຕາງໜ້າຈາກກະຊວງພາຍໃນ, ກະຊວງແຮງງານສະຫວັດດີການ, ກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດ, ບັນດາພະແນກການອ້ອມຂ້າງແຂວງ, ແລ ະ ນະຄອນ ພ້ອມດ້ວຍ ອົງການຈັດຕັ້ງບ້ານ ແລະ ກຸ່ມເປົ້າໝາຍເຂົ້າຮ່ວມ.

ໃນພິທີ ຕົວແທນກຸ່ມຜະລິດຕະພັນ ບ້ານກົກງິ້ວ ໄດ້ນຳສະເໜີການເຄື່ອນໄຫວໂຄງການ ໂດຍຫຍໍ້ ເຊີ່ງແຕ່ລະກຸ່ມໄດ້ຍົກໃຫ້ເຫັນຜົນງານຂະບວນການຜະລິດ, ການຍົກລະດັບມູນຄ່າຂອງຜະລິດຕະພັນ ເປັນຕົ້ນແມ່ນ ການຜະລິດສະບູ່ໝາກນັດ, ແຢມ, ກວນໝາກນັດ, ການຫຸ້ມຫໍ່ ແລະ ການຕະຫຼາດ.

ນອກຈາກນັ້ນ ພິທີໄດ້ມີການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ມ່ວນຊື່ນ, ເປັນກັນເອງ ເພື່ອເປັນການເພີ່ມປະສົບການ ແລະ ນຳໄປໝູນໃຊ້ຕົວຈິງໃຫ້ເກີດປະໂຫຍດສູງຂຶ້ນ.

ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນຫຼວງພະບາງ ໄດ້ກ່າວຕ້ອນຮັບຕໍ່ບັນດາຄະນະປະທານພ້ອມດ້ວຍ ແຂກທີ່ເຂົ້າຮ່ວມພົບປະຢ້ຽມຢາມ ກຸ່ມເປົ້າໝາຍດ້ວຍຄວາມໄມຕີອັນອົບອຸ່ນ ເຊີ່ງທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ໃຫ້ທຶນ ໂດຍສະເພາະແມ່ນຜູ້ໃຫ້ທຶນ EU ແລະ ໂຄງການ CISAC19 ທີ່ໄດ້ໃຫ້ການສະໜັບສະໜູນແລກປ່ຽນບົດຮຽນ ແລະ ສົ່ງເສີມຜະລິດຕະພັນ ເພື່ອວາງຈຳໜ່າຍສູ່ທ້ອງຕະຫຼາດ ພ້ອມທັງແປຮູບຜົນລະປູກໃຫ້ກາຍເປັນຜະລິດຕະພັນ ທີ່ສາມາດສ້າງມູນຄ່າການຈຳໜ່າຍ ໃຫ້ຄອບຄົວມີລາຍຮັບ ນອກນັ້ນ ທ່ານ ຍັງໄດ້ເນັ້ນບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່, ເປັນຕົ້ນແມ່ນປະລິມານ, ການກຳນົດລາຄາທີ່ເໝາະສົມ ແລະ ການໂຄສະນາຕາມສ່ອງທາງຕ່າງໆ ເພື່ອໃຫ້ເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນ.

ຂ່າວນະຄອນຫຼວງພະບາງ: ສົມພອນ ວິໄລຜົນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here